ການເຈລະຈາກ່ຽວກັບຢູແກຼນຖືກປະລາໄຊ,ການປະທະກັນສືບຕໍ່ເພີ່ມຂຶ້ນຢູ່ພາກຕາເວັນອອກ

ການເຈລະຈາກ່ຽວກັບຢູແກຼນຖືກປະລາໄຊ,ການປະທະກັນສືບຕໍ່ເພີ່ມຂຶ້ນຢູ່ພາກຕາເວັນອອກ - ảnh 1
ພາບປະກອບ

(vovworld) – ວັນ​ທີ 31/1, ບັນດາ​ການ​ເຈລະຈາ​ເພື່ອ​ແນ​​ໃສ່​ມຸ່ງ​ໄປ​ເຖິງ​ການ​ຢຸດ​ຍິງ​ລະຫວ່າງ​ກຳລັງ​ທວງ​ເອົາ​ເອກະລາດ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ​ແລະ ລັດຖະບານ ຢູ​ແກຼນ ສິ້ນ​ສຸດ​ລົງ​ແຕ່​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃດໆ. ຕາມ​ບັນດາ​ຜູ້ຕາງໜ້າ​ຂອງ​ລັດຖະບານ ກີ​ແອບ ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ຢູ່ Minsk (ປະ​ເທດ ​ເບ​ລາຣຸດ), ​ໃນ​ນັ້ນ​ມີອະ​ດີດ​ປະທານາທິບໍດີ ຢູ​ແກຼນ ທ່ານ Leonid Kuchma ​ແລ້ວ, ການ​ເຈລະຈາ​ຖືກ “ປະລາ​ໄຊ” ພາຍຫຼັງ​ຫົວໜ້າ​ຂອງ​ກຳລັງ​ທວງ​ເອົາ​ເອກະລາດ ຍັງ​ຮັກສາ​ຊ່ອງ​ຫວ່າງ ​ແລະ ບັນດາ​ນັກ​ປາຖະກະຖາ ຂອງ​ເຂົາ​ເຈົ້າ​ປະຕິ​ເສດ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ຢຸດ​ຍິງ​ໃນ​ທັນທີ ​ແລະ ຖອນ​ອາວຸດ​ໜັກ.

  ປະຈຸ​ບັນ, ສະພາບ​ການ​ສົງຄາມ​ຢູ່​ພາກ​ຕາ​ເວັນ​ອອກ ຢູ​ແກຼນ ຍັງ​ຄົງ​ສືບ​ຕໍ່​ປິນຂັ້ນ​ໄດ. ຮອງ​ຜູ້​ບັນຊາ​ການ​ທະຫານ​ຂຶ້ນ​ກັບ ສ. ປະຊາຊົນ ອ້າງ​ຊື່​ເອງ Donetsk, ທ່ານ Eduard Basurin ​ໃຫ້​ຮູ້​ວ່າ: ກຳລັງ​ນີ້​ຍາດ​ສິດ​ຄວບ​ຄຸ​ມ​ເຂດ​ຊຸມ​ຊົນ​ຢູ່ Kalinovka ​ແລະ Nikishino ຢູ່ຊານ​ນະຄອນ Debaltsevo, ກໍ່​ຄື​ເສັ້ນທາງ​ຍຸດ​ທະ​ສາດ​ໄປ​ເຖິງ Artemovsk. ສ່ວນ​ຝ່າຍ ຢູ​ແກຼນ, ທ່ານ​ສະມາຊິກ​ສະພາ​ແຫ່ງ​ຊາດ Viktor Balogha ກໍ່​ຍອມຮັບ​ວ່າ​ທະຫານ ຢູ​ແກຼນ ຢູ່ Debaltsevo ມີ​ໄພ​ຖືກ​ປິດ​ລ້ອມ. ກອງທັບ​ຕ້ອງ​ມີ​ການ​ໜູນ​ຊ່ວຍ​ໃນ​ທັນທີ ຫຼື ອອກ​ຄຳ​ສັ່ງ​ຖອນ​ທະຫານ​ອອກຈາກ​ນະ​ຄອນ Debaltsevo.

ຕອບກັບ

ຂ່າວ/ບົດ​ອື່ນ