ການ​ເຈ​ລະ​ຈາ​ກ່ຽວ​ກັບ​ລັດ​ຖະ​ທຳ​ມະ​ນູນໃໝ່​ຂອງ ຊີ​ຣີ ໄດ້​ເຊື່ອມ​ຕໍ່​ຄືນ​ໃໝ່​ຢູ່​ສະ​ວິດ

(VOVWORLD) -ວັນທີ 27 ສິງຫາ, ການເຈລະຈາກ່ຽວກັບລັດຖະທຳມະນູນໃໝ່ຂອງຊີຣີ ທີ່ມີການໜູນຫຼັງ ຈາກ ສປຊ ໄດ້ເຊື່ອມຕໍ່ຄືນໃໝ່ໃນວັນທີ 27 ສິງຫາ ຢູ່ ເຊີແນວ.
ການ​ເຈ​ລະ​ຈາ​ກ່ຽວ​ກັບ​ລັດ​ຖະ​ທຳ​ມະ​ນູນໃໝ່​ຂອງ ຊີ​ຣີ ໄດ້​ເຊື່ອມ​ຕໍ່​ຄືນ​ໃໝ່​ຢູ່​ສະ​ວິດ - ảnh 1 ທ່ານ Geir Pederden ທູດພິເສດສປຊຮັບຜິດຊອບ ກ່ຽວກັບຊີຣີ (ພາບ: TTXVN)

ທ່ານ Geir Pederden ທູດພິເສດສປຊຮັບຜິດຊອບ ກ່ຽວກັບຊີຣີ, ຜູ້ປະສານງານການເຈລະຈາທີ່ໄດ້ດຳເນີນລະຫວ່າງບັນດາຜູ້ຕາງໜ້າລັດຖະບານ ຂອງທ່ານປະທານາທິບໍດີ Bashar al – Assad ກັບຝ່າຍຄ້ານ ແລະ ບັນດາອົງການຈັດຕັ້ງສາກົນພົນລະເຮືອນ, ໄດ້ສະແດງຄວາມຫວັງວ່າ ເຂົາເຈົ້າອາດຈະຊ່ວຍເປີດເສັ້ນທາງມຸ່ງໄປເຖິງວິວັດທະນາການດ້ານການເມືອງໃຫ້ເປີດກ້ວາງກ່ວາເກົ່າ. ໃນຖະແຫຼງການທີ່ໄດ້ປະກາດໃນວັນດຽວກັນ, ຫ້ອງວ່າການຂອງ ທ່ານ Geir Pederden ໃຫ້ຮູ້ວ່າ ພາຍຫຼັງ ດຳເນີນການເພີ່ມເຕີນເຕີມທີ່ກ່ຽວຂ້ອງເຖິງເລື່ອງ ບັນດາສະມາຊິກຕິດເຊື້ອພະຍາດ Covid – 19ນັ້ນ, ສະວິດຢັ້ງຢືນວ່າການເຈລະຈາສາມາດດຳເນີນໄດ້ແລ້ວ.

        ຕາມແຜນການແລ້ວ, ການເຈລະຈາໄດ້ເຊື່ອມຕໍ່ຄືນໃໝ່ໃນເວລາ 12 ໂມງ GMT (ເວລາ 19 ໂມງຕາມເວລາຫວຽດນາມ), ດ້ວຍການປະຕິບັດບັນດາມາດຕະການແຍກຫ່າງສັງຄົມ ແລະ ທຳຄວາມສະອາດຢ່າງຄົບຖ້ວນ.

ຕອບກັບ

ຂ່າວ/ບົດ​ອື່ນ