ການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ ກ້າວເຂົ້າສູ່ໄລຍະຮີບເຮັ່ງ

ການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງອີຣານ ກ້າວເຂົ້າສູ່ໄລຍະຮີບເຮັ່ງ - ảnh 1
ການ​ເຈລະຈາ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານກ້າວ​ເຂົ້າ​ສູ່​ໄລຍະຮີບ​ເຮັ່ງ
(ພາບ: AFP-TTXVN)


(vovworld) – ການ​ເຈລະຈາ​ລະຫວ່າງ​ກຸ່ມ P5+1 (ເຊິ່ງ​ລວມ​ມີ 5 ປະ​ເທດກຳມະການ​ປະຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສ​ປ​ຊ ແມ່ນ: ອາ​ເມ​ລິ​ກາ, ອັງ​ກິດ, ຝ​ຣັ່ງ, ລັດ​ເຊຍ, ຈີນ ແລະ ເຢຍ​ລະ​ມັນ) ​ແລະ ອີຣານ ​ໄດ້​ກ້າວ​ເຂົ້າ​ສູ່​ໄລຍະ​ຮີບ​ເຮັ່ງ ເມື່ອ​ກຳນົດ​ເວລາ​​​ສຸດ​ທ້າຍເພື່ອ​ບັນລຸ​ໄດ້​ກອບ​ຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ອີຣານ.  ຕາມ​ການ​ຕີ​ລາຄາ, ຄວາມ​ມານະ​ພະຍາຍາມ​ຂອງ​ຝ່າຍ​ຕ່າງໆ, ລວມທັງ​ການ​ເຈລະຈາ​ໃນ​ວັນ​ທີ 26/03 ລະຫວ່າງ​ທ່ານ​ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ Hohn Kerry ​ແລະ ຄູ່​ຮ່ວມ​ຕຳ​ແໜ່​ງອີຣານ Mohammad Havad Zarif ຢູ່ Lausanne, ປະ​ເທດ​ສະ​ວິດ, ​ໄດ້​ນຳ​ມາ​ເຊິ່ງບັນດາ​ບາດກ້າວ​ທີ່​ດີ​ພໍ​ພົມ​ຄວນ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ພາຍຫຼັງ​ກອງ​ປະຊຸມ, ທ່ານ ​Zarif ​ໃຫ້​ຮູ້​ວ່າ, 2 ຝ່າຍ​​ແກ້​ໄຂ​ໄດ້​ຫຼາຍ​ບັນຫາ​ລະອຽດ​ດ້ານ​ເຕັກນິກ, ​ແຕ່​ວ່າ, ​ເພື່ອ​ຜ່ານ​ຜ່າ​ບັນດາ​ຄວາມ​ບໍ​ລົງ​ລອຍ​ກັນ​ທີ່​ຍັງ​​ເຫຼືອນັ້ນ ຮຽກຮ້ອງ​​ໃຫ້ມີ​​ເຈດ​ຈຳນົງ​ດ້ານ​ການ​ເມືອງ. ທ່ານ Zarif ​​ໃຫ້​ຮູ້​ຕື່ມ​ອີກ​ວ່າ, ຝ່າຍ​ຕ່າງໆ​ພວມ​ມານະ​ພະຍາຍາມ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ຍັງ​ເຫຼືອ​ກ່ອນ​ວັນ​ທີ 31/03, ຖືກ​ຕາມ​ກຳນົດ​ເວລາ. ​ໃນ​ຂະນະ​ນັ້ນ, ນັກ​ການ​ທູດ​ອັງ​ກິດ​ທ່ານ​ໜຶ່ງ​ໃຫ້​ຮູ້​ວ່າ, ໜ້າ​ທີ່​ໃນ​ໄລຍະ 2 - 3 ວັນ​ຈະ​ມາ​ເຖິງ ຕ້ອງ​ຊັ່ງຊາ​ວ່າ ບັນດາ​ນັກ​ເຈລະຈາ​ສາມາດ​ຮັດ​ແຄບ​ຊ່ອງ​ຫວ່າງ​ເພື່ອ​ແນ​ໃສ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ຂອບ​ເຂດ​ການ​ເມືອງ​ໄດ້ຫຼືບໍ່.

ຂ່າວ/ບົດ​ອື່ນ