ການເຈລະຈາຂັ້ນສູງ ລະຫວ່າງຫວຽດນາມ - ສິງກະໂປ

ການເຈລະຈາຂັ້ນສູງ ລະຫວ່າງຫວຽດນາມ - ສິງກະໂປ - ảnh 1
( ທ່ານ​ປະທານ​ປະ​ເທດ Truong Tan Sang ແລະ
 ທ່ານ​ປະທານາທິບໍດີ ສິງກະ​ໂປ Tony Tan Keng Yam
)

( vovworld ) –   ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ Truong Tan Sang, ທ່ານ​ປະທານາທິບໍດີ ສິງກະ​ໂປ Tony Tan Keng Yam ​ໄດ້​ມາຢ້ຽມຢາມ​ທາງ​ລັດຖະກິດ​ຫວຽດນາມ ​ແຕ່​ວັນ​ທີ 23 – 27/4/2012. ຕອນ​ບ່າຍ​ວັນ​ທີ 23/4 ຢູ່​ຮ່າ​ໂນ້ຍ, ພາຍຫຼັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​າທິບໍດີ Tony Tan Keng Yam. ການ​ນຳ​ທັງ​ສອງ​ທ່າ​ນ​ໄດ້​ສະ​ແດງ​ຄວາມ​​ເພິ່ງພໍ​ໃຈ​ຕໍ່ໜ້າ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ທີ່​ພວມ​ພັດທະນາ​ນັບ​ມື້​ນັບ​ດີງາມ ​ແລະ ຮອບດ້ານ, ​​ແລະ​ເຫັນ​ດີ​ເປັນ​ເອກະສັນ​ທີ່​ຖື​ວ່າ, ​ເລື່ອງ​ການ​ນຳ​ຂັ້ນ​ສູ​ງສອງ​ປະ​ເທດ​​​ໄປມາ​ຢ້ຽມຢາມເປັນ​ປະຈຳ ​ໄດ້​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ​ໃກ້ຊິດ​ລະຫວ່າງ​ສອງ​ປະ​ເທດ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ມຸ່ງ​ໄປ​ເຖິງ​ການສ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສິງກະ​ໂປ.  ທ່ານ​ປະທານາທິບໍດີ ສິງກະ​ໂປ Tony Tan Keng Yam ຊົມ​ເຊີຍ​ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ຈະມາ​ຢ້ຽມຢາມສິງກະ​ໂປ ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ປະທານ​ປະ​ເທດ Truong Tan Sang ຂອບ​ອົກ​ຂອບ​ໃຈ ສິງກະ​ໂປ ທີ່​ໄດ້​ສະໜັບສະໜູນ​ຫວຽດນາມ ອອກ​ສະໝັກ​ຮັບ​ເລືອກ​ຕັ້ງ​ເຂົ້າ​ສະພາ​ສິດທິ​ມະນຸດ​ສະຫະ​ປະຊາ​ຊາດ​ອາຍຸ​ການ 2014 – 2016 ​ແລະ ຄະນະ​ກຳມະການ​ບໍ​່ປະຈຳການ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ອາຍຸ​ການ 2020 – 2021. ການ​ນຳ​ສອງ​ທ່ານ​ຢັ້ງຢືນ​ວ່າ ສອງ​ປະ​ເທດ​ຈະ​ສືບ​ຕໍ່​​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ເສດຖະກິ​ດສາກົນ​ຄື APEC, ASEM, ​ໂດຍ​ສະ​ເພາະ​​ແມ່ນ ເມື່ອ​ປະຊາ​ຄົມ​ອາ​ຊຽນ ​ໄດ້​ຮັບ​ການກໍ່ສ້າງ​​ໃນ​ປີ 2015. ປະທານາທິບໍດີ Tony Tan Keng Yam ​ແບ່ງປັນ​ທັດສະນະ​ຂອງ​ຫວຽດນາມ ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ; ​ເຫັນ​ດີ​ສືບ​ຕໍ່​ສົມທົບ​ຫຼັກ​ໝັ້ນ, ຮັກສາ​ຄວາມ​ສາມັກຄີ​ອາ​ຊຽນປ ​ໃນ​ບັນຫາ​ນີ້​ ເພື່ອ​ພ້ອມ​ກັນ​ຮັບປະກັນ​ຄວາ​ມສະຫງົບ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ບົນ​ພື້ນຖາ​ນປະຕິບັດ​ກົດໝາຍ​ສາກົນ, ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ແລະ ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຕໍ່​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ ( DOC ); ກໍ່ສ້າງ​ປະມວນ​ລະບຽບ​ການ​ກ່ຽວ​ກັບ​ການປະພຶດ​ຕໍ່​ຢູ່​ທະ​ເລ​ຕາ​ເວັນ​ອອກ ( COC ) ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ