ການ​ເຈ​ລະ​ຈາຂັ້ນ​ສູງ ຫວຽດ​ນາມ - ຈີນ

(VOVWORLD) - ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ເປັນສັກຄິພິຍານ ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສອງປະເທດເຊັ່ນເອກະສານຮ່ວມມື ໃນທຸກຂົງເຂດ. 
ການ​ເຈ​ລະ​ຈາຂັ້ນ​ສູງ ຫວຽດ​ນາມ - ຈີນ - ảnh 1ການເຈລະຈາຂັ້ນສູງລະຫວ່າງສອງຝ່າຍ (ພາບ: VOV)

ຕອນເຊົ້າວັນທີ 19 ສິງຫາ, ຢູ່ຫໍປະຊຸມໃຫຍ່ທີ່, ນະຄອນຫຼວງ ປັກກິ່ງດ ພາຍຫຼັງພິທີຕອນຮັບຢ່າງສົມກຽດ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ, ປະທານປະເທດ ສສ. ຫວຽດນາມ ໂຕເລິມ ໄດ້ມີການເຈລະຈະຂັ້ນສູງກັບທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຈີນ, ປະທານປະເທດ ສສ.ຈີນ ສິຈິ້ນຜິງ.

ທ່ານເລຂາທິການໃຫຍ່,ປະທານປະເທດ ຈີນ ສິຈິ້ນຜິງ ເນັ້ນໜັກວ່າການຢ້ຽມຢາມທາງລັດຖະກິດຢູ່ຈີນ ຄັ້ງທຳອິດ ກໍ່ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່,ປະທານປະເທດ ຫວຽດນາມ ໂຕເລິມໃນຖານະເປັນຜູ້ນຳພັກ, ລັດ ຫວຽດນາມ, ມີຄວາມໝາຍສຳຄັນທີ່ສຸດ, ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ບຸລິມະສິດແຖວໜ້າຂອງສອງພັກ, ສອງລັດຕໍ່ການພົວພັນ ຫວຽດນາມ - ຈີນ; ທ່ານຖືວ່ານີ້ແມ່ນຈຸດເວລາສຳຄັນເພື່ອໃຫ້ສອງປະເທດນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເຂົ້າສູ່ລວງເລິກ, ແທດຈິງໃນທຸກດ້ານ. ທ່ານເລຂາທິການໃຫຍ່,ປະທານປະເທດ ສິຈິ້ນຜິງ ຢັ້ງຢືນ ຫວຽດນາມ ແມ່ນບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຈີນ, ທ່ານສະໜັບສະໜູນເລື່ອງ ຫວຽດນາມ ຢຶດໝັ້ນກັບການຊີ້ນຳນຳພາຂອງພັກ, ຊຸກຍູ້ພາລະກິດແຫ່ງການກໍ່ສ້າງ ສັງຄົມນິຍົມ.

ສິ້ນສຸດການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມພ້ອມກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ເປັນສັກຄິພິຍານ ບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆສອງປະເທດເຊັ່ນເອກະສານຮ່ວມມື ໃນທຸກຂົງເຂດ: ການຮ່ວມມືໂຮງຮຽນພັກ, ການກະຈາຍສຽງໂທລະພາບ, ວິຊາການດ້ານສື່ມວນຊົນ, ສາທາລະນະສຸກ, ພື້ນຖານໂຄງລ່າງ, ເສດຖະກິດການຄ້າ, ອຸດສາຫະກຳ, ທະນາຄານ…

ຕອບກັບ

ຂ່າວ/ບົດ​ອື່ນ