ການເຈລະຈາຂັ້ນສູງ ຫວຽດນາມ - ສິງກະໂປ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ພ້ອມກັນຍ່າງກວດກອງກຽດຕິຍົກ. ພາຍຫຼັງພິທີ, ນາຍົກລັດຖະມົນຕີສອງທ່ານໄດ້ດຳເນີນການເຈລະຈາ.
ການເຈລະຈາຂັ້ນສູງ ຫວຽດນາມ - ສິງກະໂປ - ảnh 1ການເຈລະຈາລະຫວ່າງສອງຝ່າຍ
(ພາບ:Dương Giang/TTXVN)

ຕອນເຊົ້າວັນທີ 28 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເປັນປະທານພິທີຕ້ອນຮັບທາງການ ແລະ ດຳເນີນການເຈລະຈາກັບທ່ານນາຍົກລັດຖະມົນຕີ ສິງກະໂປ ຫຼີຊຽນຫຼົງ, ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແຕ່ວັນທີ 27 – 29 ສິງຫາ. ໃນບັນຍາກາດທີ່ເຄັ່ງຂຶມ, ນາຍົກລັດຖະມົນຕີສອງທ່ານ ໄດ້ຂຶ້ນເວທີກຽດຕິຍົດ, ໃຕ້ທຸງຊາດຂອງສອງປະເທດ, ເພງຊາດຂອງປະເທດໄດ້ຖືກບັນເລັງຂຶ້ນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ພ້ອມກັນຍ່າງກວດກອງກຽດຕິຍົກ. ພາຍຫຼັງພິທີ, ນາຍົກລັດຖະມົນຕີສອງທ່ານໄດ້ດຳເນີນການເຈລະຈາ.

        ທີ່ການເຈລະຈາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ເນັ້ນໜັກວ່າ:

        “ຂ່ຳນັບຊົມເຊີຍທ່ານນາຍົກລັດຖະມົນຕີ ສິງກະໂປ ແລະ ພັນລະຍາ ໄດ້ມາຢ້ຽມຢາມ ຫວຽດນາມ ໃນສະພາບການສອງປະເທດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 2023) ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ (2013 2023). ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ສິງກະໂປ ມີຄວາມໝາຍສຳຄັນ, ປະກອບສ່ວນຊຸກຍູ້ການພົວພັນແບບຍືນຍົງ, ຍາວນານລະຫວ່າງ ຫວຽດນາມ ແລະ ສິງກະໂປ, ຜ່ານນັ້ນໄດ້ສົ່ງສານຢ່າງແຮງກ່ຽວກັບຄວາມຕັດສິນໃຈຂອງສອງປະເທດ ພ້ອມກັນຮ່ວມມື ແລະ ພັດທະນາແບບຍືນຍົງ,  ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ການພັດທະນາຢູ່ພາກພື້ນ ກໍ່ຄືຢູ່ໃນໂລກ”.

        ສ່ວນທ່ານນາຍົກລັດຖະມົນຕີ ຫຼີຊຽນຫຼົງ ໄດ້ສະແດງຄວາມເພິ່ງພໍໃຈຕໍ່ການພັດທະນາຂອງການພົວພັນລະຫວ່າງ ຫວຽດນາມ - ສິງກະໂປ ໃນໄລຍະຜ່ານມາ; ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນຂອງ ສິງກະໂປ ຢູ່ພາກພື້ນ.

        ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີເຫັນພ້ອມພິຈາລະນາ, ຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນເວລາທີ່ເໝາະສົມ; ພິເສດແມ່ນເຫັນດີເປັນເອກະພາບ ຈະດຳເນີນການພົບປະປະຈຳປີລະຫວ່າງນາຍົກລັດຖະມົນຕີສອງປະເທດ ເພື່ອແລກປ່ຽນກ່ຽວກັບການຮ່ວມມືສອງຝ່າຍ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ, ບັນດາກົນໄກຮ່ວມມືລະຫວ່າງສອງປະເທດຢ່າງມີປະສິດທິຜົນ; ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2023, ໃນນັ້ນມີ “ເຫດການ ສິງກະໂປ ຢູ່ ຫວຽດນາມ” ໃນເດືອນ ຕຸລາ ຈະມາເຖິງ.

        ພາຍຫຼັງການເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມ ເອກະສານຮ່ວມມື 7 ສະບັບລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ