ການເຈລະຈາຂັ້ນສູງ ຫວຽດນາມ - ແຟງລັງ

(VOVWORLD) - ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ສະແດງຄວາມຂອບອົກຂອບໃຈສະພາແຫ່ງຊາດ ແຟງລັງ ໄດ້ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA)
ການເຈລະຈາຂັ້ນສູງ ຫວຽດນາມ - ແຟງລັງ - ảnh 1ການເຈລະຈາລະຫວ່າງສອງຝ່າຍ
(ພາບ: Quochoi.vn)

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານປະທານສະພາແຫ່ງຊາດ ສ ແຟງລັງ Jussi Halla – aho ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການແຕ່ວັນທີ 24 – 26 ມີນາ. ຕອນເຊົ້າວັນທີ 25 ມີນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານພິທີຕ້ອນຮັບທ່ານປະທານສະພາແຫ່ງຊາດ Jussi Halla – aho ຢ່າງເປັນທາງການ.

        ທີ່ການເຈລະຈາພາຍຫຼັງພິທີຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ສອງປະເທດຂຸດຄົ້ນບັນດາຜົນປະໂຫຍດສູງສຸດຈາກສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA). ໃນໄລຍະຈະມາເຖິງ, ປະທານສະພາແຫ່ງຊາດ ສະເໜີໃຫ້ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືຜ່ານຊ່ອງການທູດລັດຖະສະພາ. ຫວຽດນາມ ປາດຖະໜາຢາກ ຖອດຖອນບົດຮຽນຂອງ ແຟນລັງ ເພື່ອສ້າງສຳເລັດຂອບນິຕິກຳໃຫ້ແກ່ເສດຖະກິດນະວັດຕະກຳ, ຫັນປ່ຽນສີຂຽວ, ເລີ່ມຕົ້ນທຸລະກິດ. ສອງຝ່າຍສືບຕໍ່ເສີມຂະຫຍາຍກົນໄກສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການໃຫ້ຄຳປຶກສາ, ແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນສະໜັບສະໜູນເຊິ່ງກັນແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ສະແດງຄວາມຂອບອົກຂອບໃຈສະພາແຫ່ງຊາດ ແຟງລັງ ໄດ້ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA); ປາດຖະໜາຢາກໃຫ້ ແຟງລັງ ຊ່ວຍຊຸກຍູ້ລັດຖະສະພາບັນດາປະເທດຍັງເຫຼືອໃນ ອີຢູ ຈົ່ງສຳເລັດການໃຫ້ສັດຕະຍາບັນສັນຍາໂດຍໄວ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີໃຫ້ ແຟງລັງ ສະໜັບສະໜູນເລື່ອງຄະນະກຳມະການເອີລົບ (EC) ຍົກເລີກບັດເຫຼືອງ IUU ສຳລັບສິນຄ້າສົ່ງອອກຂອງ ຫວຽດນາມ, ຜ່ານນັ້ນໜູນຊ່ວຍ ຫວຽດນາມ ພັດທະນາເສດຖະກິດ - ສັງຄົມ, ພ້ອມທັງຊ່ວຍໃຫ້ຜູ້ບໍລິໂພກ ເອີລົບ ໄດ້ບໍລິໂພກສິນໃນນ້ຳ ຫວຽດນາມ ມີຄຸນນະພາບດີ ແລະ ລາຄາດີ.

        ສ່ວນທ່ານປະທານສະພາແຫ່ງຊາດ Jussi Halla – aho ຢັ້ງຢືນ ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າສຳຄັນທີ່ສຸດຂອງ ແຟງລັງ ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້.  ສັນຍາອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ ອີຢູ ໂດຍ ແຟງລັງ ຮັບຮອງເອົາ, ກ່ອນນັ້ນ, ແຟງລັງ ກໍ່ມີສັນຍາອາລັກຂາການລົງທຶນ ສອງຝ່າຍກັບ ຫວຽດນາມ. ບັນດາສັນຍານີ້ຈະເປີດໂອກາດຮ່ວມມືໃນຂົງເຂດພະລັງງານ, ເຕັກໂນໂລຊີຂໍ້ມູນຂ່າວສານ, ການສຶກສາ. ທ່ານປະທານສະພາແຫ່ງຊາດ ແຟງລັງ ໃຫ້ຮູ້ວ່າ: ປະຈຸບັນ, ມີຊາວ ຫວຽດນາມ ຫຼາຍກ່ວາ 10.000 ຄົນຢູ່ ແຟງລັງ ແລະ ນີ້ໄດ້ຮັບຖືວ່າແມ່ນຊົນເຜົ່າສ່ວນໜ້ອຍຢູ່ ແຟງລັງ.

ຕອບກັບ

ຂ່າວ/ບົດ​ອື່ນ