ການເຈລະຈາຂັ້ນສູງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດລາວ

ການເຈລະຈາຂັ້ນສູງລະຫວ່າງກະຊວງປ້ອງກັນປະເທດຫວຽດນາມ ແລະ ກະຊວງປ້ອງກັນປະເທດລາວ - ảnh 1
ການ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​- ລາວ
(ພາບ: Vientiane)


(vovworld) - ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ໃນ​ລະຫວ່າງ​ວັນ​ທີ 24 – 27/06, ຕອນ​ເຊົ້າ​ວັນ​ທີ 25/06 ຢູ່​ຫຼວງ​ພະ​ບາງ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍ​ ພົນ​ໂທ​ໂງ​ຊວນ​ລິກ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າກົມ​ໃຫ່ຍການ​ເມືອງ​ກອງທັບປະຊາຊົນ ຫວຽດນາມ ​ໄດ້​ດຳ​ເນີນ​ການ​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນປະເທດລາວ, ​ໂດຍ​ທ່ານ​ເລຂາ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນປະເທດລາວ ​ແສງ​ນວນ ​ໄຊ​ຍະ​ລາດ, ນຳໜ້າ. ທີ່​ການ​ເຈລະຈາ, 2 ຝ່າຍ​ເຫັນ​ດີ​​ເປັນເອກະພບໃນ​ໄລຍະ​ຈະ​ມາ​ເຖິງ ສືບ​ຕໍ່​ຍູ້​ແຮງ​ການ​ເຄື່ອນ​ໄຫວ້​​ສຶກສາ, ​ໂຄສະນາ​ຍົກ​ສູງ​ສະຕິ​ຮັບ​ຮູ້​ກ່ຽວ​ກັບ​ຄວາມ​ໝາຍ ​ແລະ ຄວາມ​ສຳຄັນ​ຂອງ​ການ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ແບບ​ພິ​ເສດ​ລະຫວ່າງ 2 ປະ​ເທດ ​ແລະ ກອງທັບ 2 ປະ​ເທດ​ໃນ​ສະພາບ​ການ​ໃໝ່; ສ້າງ​ເສັ້ນ​ຊາຍ​ແດນ​ຂອງ 2 ປະ​ເທດ​ໃຫ້​ກາຍ​ເປັນ​ຊາຍ​ແດນ​ສັນຕິພາບ, ມິດຕະພາບ, ຮ່ວມ​ມື ​ແລະ ພັດທະນາ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ສຶກສາ, ບຳລຸງ​ສ້າງ​ແຫຼ່ງຊັບ​ພະຍາກອນ​ມະນຸດ; ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ສຳ​ເລັດ​ວຽກງານຊອຫາ​ອັດຖິນັກຮົບ ຫວຽດນາມ​ທີ່​ເສຍສະຫຼະ​ຊີວິດ​ຢູ່​ເຂດ​ດິນ​​ແດນ​ຂອງ​ລາວ ປະມານ​ 1000 ຊຸດ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນ​ແບບ​ພິ​ເສດ​ລະຫວ່າງ​ກອງທັບ 2 ປະ​ເທດ​ຫວຽດນາມ - ລາວ.
ຂ່າວ/ບົດ​ອື່ນ