ການເຈລະຈາຂັ້ນສູງລະຫວ່າງສານປະຊາຊົນສູງສຸດຫວຽດນາມ ແລະ ສານຍຸຕິທຳ ຮຸງກາຣີ

ການເຈລະຈາຂັ້ນສູງລະຫວ່າງສານປະຊາຊົນສູງສຸດຫວຽດນາມ ແລະ ສານຍຸຕິທຳ ຮຸງກາຣີ - ảnh 1
(ການ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງ​ສານ​ປະຊາຊົນ​ສູງ​ສຸດ​ຫວຽດນາມ
 ​ແລະ ສານ​ຍຸ​ຕິ​ທຳ ຮຸງ​ກາຣີ)


(vovworld) – ຕອນ​ເຊົ້າ​ວັນ​ທີ 10/11, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສານ​ຍຸຕິ​ທຳ​ຮຸງ​ກາຣີ ​ໂດຍ​ທ່ານ​ປະທານ​ສານ Darak Peter ນຳ​ໜ້າ, ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮ​ັດວຽກກັບ​ສານ​ປະຊາຊົນ​ສູງສຸດຫວຽດນາມ. ທີ່​ການ​ເຈລະຈາລະຫວ່າງ 2 ຝ່າຍ, ທ່ານ​ປະທານ​ສານ​ປະຊາຊົນ​ສູງ​ສຸດ​ຫວຽດນາມ ​ເຈືອງ​ຮ່ວາ​ບິ່ງ ຊີ້​ແຈ້ງ​ບັນດາການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ການ​ປະຕິ​ຮູບ​ດ້ານ​ຕຸ​ລາ​ການ​ຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ, ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ ​ໃນ​ອະນາຄົດ, 2 ຝ່າຍ​ຈະ​ປັບປຸງ​ຄວາມ​ສາມັກຄີ ​ແລະ ຮ່ວມ​ມື​ອັນ​ດີງາມ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ​ແລກປ່ຽນ​ບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ຂອງ​ສານ. ທ່ານ​ປະທານ​ສານ Darak Peter ​ໄດ້ຕີ​ລາຄາ​ສູງ​ວຽກ​ງານປະຕິ​ຮູບ​​ຕຸ​ລາ​ການຂອງ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ໃຫ້​ຮູ້​ວ່າ, ຮຸງ​ກາຣີ ​ໄດ້​ນຳ​ລະບົບ​ສານ​ 4 ຂັ້ນ​ເຂົ້າ​ເຄື່ອນ​ໄຫວ​​ນັບ​ແຕ່ 10 ປີ​ມາ​ນີ້ ​ແລະ ສະ​ແດງ​ຄວາມ​ຫວັງ​ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດຮຽນ​ເຄື່ອນ​ໄຫວ​ກັບ​ສານ​ປະຊາຊົນ​ສູ​ງສຸດຫວຽດນາມ. 2 ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ຍູ້​ແຮງ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ດ້ານ​ຕຸ​ລາ​ການ​ຍິ່ງ​ກວ່າ​ອີກ.

ຂ່າວ/ບົດ​ອື່ນ