ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ - Angola

ການເຈລະຈາຂັ້ນສູງລະຫວ່າງຫວຽດນາມ - Angola - ảnh 1
ທ່ານຮອງປະທານາທິບໍດີ Angola Fernando Dias Dos Santos (ເບື້ອງຊ້າຍ) ທ່ານນາງຮອງປະທານປະເທດ ຫງວຽນທິຢວານ (ເບື້ອງຂວາ)
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/2, ຢູ່ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ມີ​ການ​​ເຈລະຈາ​ກັບ ທ່ານ​ຮອງ​ປະທານາທິບໍດີ Angola Fernando Dias Dos Santos ທີ່​ພວມ​ຢູ່​ຢ້ຽມຢາມ​ຫວຽດນາມ. 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ຈະ​ຕັ້ງໜ້າ​ຊີ້ນ​ຳບັນດາ​ກະຊວງ, ຂະ​ແໜງ​ການ 2 ປະ​ເທດ ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ລະອຽດ​ໂດຍ​ໄວ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ຈຸດ​ສຸມ​ໂດຍ​ໄວ ​ແລະ ​ເປີດ​ກ້ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນໆ​ອີ​ກຈຳນວນ​ໜຶ່ງ​ເຊິ່ງທັງ 2 ຝ່າ​ຍກໍ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ກໍ່ສ້າງ, ຂຸດ​ຄົ້ນ​ບໍ່​ແຮ່, ​ໂທລະ​ຄົມມະນາຄົມ, ຍູ້​ແຮງການ​ຜັນ​ຂະຫຍາ​ຍບັນດາ​ສັນຍາ, ຂໍ້​ຕົກລົງ​ໃໝ່ ​ເພື່ອ​ແນ​ໃສ່​ສ້າງ​ກອບ​ກົດໝາຍ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ. ພາຍຫຼັງ​ການ​ເຈລະຈາ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ແລະ ທ່ານ​ຮອງ​ປະທານາທິບໍດີ Fernando Dias Dos Santos ​ໄດ້​ເປັນ​ສັກຂີ​ພິຍານ​ພິທີ​ລົງ​ນາມ​ເອກະສານ 2 ສະບັບ​ລວມມີ: ອະນຸ​ສັນຍາ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານເຕັກ​ນິກລະຫວ່າງ​ກະຊວງ​ ສືກສາ ​ແລະ ບຳລຸງ​ສ້າງ​ຫວຽດນາມ ​ແລະ ກະຊວງ​ມະຫາວິທະຍາ​ໄລ, ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ Angola ​ໃນ​ຂົງ​ເຂດ​ສື​ກສາ​ຂັ້ນ​ມະຫາ​ວິທະຍາ​ໄລ ​ແລະ ອະນຸ​ສັນຍາ​ຮ່ວມ​ມື​ກ່ຽວ​ກັບ​ວັດທະນະ​ທຳ​ລະຫວ່າງ​ກະຊວງ​ວັດທະນະທຳ​, ກິລາ ​ແລະ ທ່ອງ​ທ່ຽວ​ຫວຽດນາມ ​ແລະ ກະຊວງ​ວັດທະນະທຳ Angola.

ຂ່າວ/ບົດ​ອື່ນ