ການເຈລະຈາຂັ້ນສູງຫວຽດນາມແລະສະຫະພັນລັດເຊຍ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະຜູ້ແທນຂັ້ນສູງສະພາຕ່ຳດູມາແຫ່ງຊາດ ລັດເຊຍ, ສະພາແຫ່ງຊາດແຫ່ງລັດເຊຍ ໂດຍທ່ານ Vyacheslav Viktorovich Volodin, ປະທານສະພາຕ່ຳດູມາແຫ່ງສະຫະພັນລັດເຊຍ ນຳໜ້າ, ມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 23 – 24 ທັນວາ.
ການເຈລະຈາຂັ້ນສູງຫວຽດນາມແລະສະຫະພັນລັດເຊຍ - ảnh 1 (ການເຈລະຈາຂັ້ນສູງຫວຽດນາມແລະສະຫະພັນລັດເຊຍ)

 ຕອນເຊົ້າວັນທີ 24 ທັນວາ, ຢູ່ຮ່າໂນ້ຍ, ພາຍຫຼັງພິທີຕ້ອນຮັບທ່ານປະທານສະພາຕ່ຳແຫ່ງສະຫະພັນລັດເຊຍ Vyacheslav Viktorovich Volodin ຢ່າງເປັນທາງການ ໂດຍທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເປັນປະທານ, ການນຳ 2 ຝ່າຍໄດ້ດຳເນີນການເຈລະຈາ. ທີ່ການເຈລະຈາ, ການນຳ 2 ທ່ານໄດ້ຕີລາຄາສູງເລື່ອງ 2 ຝ່າຍຕັ້ງໜ້າຜັນຂະຫຍາຍຂໍ້ຕົກລົງຮ່ວມມືເຊິ່ງໄດ້ຮັບການລົງນາມເມື່ອປີ 2013; ຮັກສາການແລກປ່ຽນຄະນະການນຳຂັ້ນສູງ, ບັນດາອົງການຂອງສະພາແຫ່ງຊາດ ແລະ ກຸ່ມສະມາຊິກລັດຖະສະພາຂອງສະພາແຫ່ງຊາດເປັນປະຈຳ, ແລກປ່ຽນບົດຮຽນໃນບັນດາຂົງເຂດສ້າງກົດໝາຍ, ຕິດຕາມກວດກາ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງສະພາແຫ່ງຊາດແຕ່ລະປະເທດ…

        ສິ້ນສຸດການເຈລະຈາ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ທ່ານປະທານສະພາຕ່ຳດູມາລັດເຊຍ Vyacheslav Viktorovich Volodin ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບການສ້າງຕັ້ງຄະນະກຳມະການຮ່ວມມືລະຫວ່າງລັດຖະສະພາ ລະຫວ່າງສະພາແຫ່ງຊາດ 2 ປະເທດຫວຽດນາມ ແລະ ສະຫະພັນລັດເຊຍ; ພົບປະກັບວົງການນັກຂ່າວ.


ຕອບກັບ

ຂ່າວ/ບົດ​ອື່ນ