ການເຈລະຈາຍຸດທະສາດຂັ້ນລັດຖະມົນຕີການຕ່າງປະເທດ ອາເມລິກາ - ອິນໂດເນເຊຍ ຄັ້ງທີສອງ

(VOVWORLD) - ສອງຝ່າຍໄດ້ຍົກລະດັບການພົວພັນຈາກຄູ່ຮ່ວມມືຮອບດ້ານເຊິ່ງໄດ້ສ້າງຕັ້ງຂຶ້ນໃນປີ 2010 ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2015

ການເຈລະຈາຍຸດທະສາດຂັ້ນລັດຖະມົນຕີການຕ່າງປະເທດ ອາເມລິກາ - ອິນໂດເນເຊຍ ຄັ້ງທີ 2 ໄດ້ຖືກຈັດຂຶ້ນໃນວັນທີ 14 ກໍລະກົດ ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ.

        ໃນຖະແຫຼງການຮ່ວມ, ທ່ານ ລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ Retno Marsudi ໄດ້ຢັ້ງຢືນການພົວພັນສອງຝ່າຍພັດທະນາຢ່າງແຮງນັບແຕ່ເມື່ອສອງປະເທດສ້າງຕັ້ງການພົວພັນທາງການທູດໃນປີ 1949. ສອງຝ່າຍໄດ້ຍົກລະດັບການພົວພັນຈາກຄູ່ຮ່ວມມືຮອບດ້ານເຊິ່ງໄດ້ສ້າງຕັ້ງຂຶ້ນໃນປີ 2010 ຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 2015.

        ໃນການເຈລະຈາຍຸດທະສາດປີນີ້, ລັດຖະມົນຕີການຕ່າງປະເທດສອງປະເທດໄດ້ແລກປ່ຽນກ່ຽວກັບວິທີການແກ້ໄຂເພື່ອແນໃສ່ເພີ່ມທະວີການພົວພັນສອງຝ່າຍ ແລະ ສ້າງບັນດາການເຊື່ອມຕໍ່ລະບອບລະບຽບການ. ສອງຝ່າຍປືກສາຫາລືກ່ຽວກັບການຊຸກຍູ້ການຮ່ວມມືເສດຖະກິດ, ປັບປຸງລະບົບການສະໜອງ, ຊຸກຍູ້ການຫັນປ່ຽນພະລັງງານ, ເພີ່ມທະວີການຮ່ວມມືໃນການເດີນເຮືອ, ສາທາລະນະສຸກ ແລະ ການປ້ອງກັນປະເທດ…

ຕອບກັບ

ຂ່າວ/ບົດ​ອື່ນ