ການເຈລະຈາຍຸດທະສາດປ້ອງກັນຊາດ ຫວຽດນາມ - ອິນເດຍ ຢູ່ New Delhi

ການເຈລະຈາຍຸດທະສາດປ້ອງກັນຊາດ ຫວຽດນາມ - ອິນເດຍ ຢູ່ New Delhi  - ảnh 1
ການ​ເຈລະຈາ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດ ຫວຽດນາມ - ອິນ​ເດຍ ຄັ້ງ​ທີ 7
ພາບ:TTXVN


(vovworld) - ວັນ​ທີ 26/9 ຢູ່ ນະຄອນຫລວງ New Delhi ຂອງ​ອິນ​ເດຍ ​ໄດ້​ເນີນ​ການ​ເຈລະຈາ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດ ຫວຽດນາມ - ອິນ​ເດຍ ຄັ້ງ​ທີ 7. ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ໂດຍ​ພົນ​ໂທ Nguyen Chi Vinh ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ​ເປັນ​ຫົວຫນ້າ​ຄະນະ, ຝ່າຍ ອິນ​ເດຍ​ໂດຍ​ທ່ານ Shashi Kant Shamar ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ນຳ​ຫນ້າ. ທີ່​ການ​ເຈລະຈາ, ບົນ​ຈິດ​ໃຈ​ມິດຕະພາບ, ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ ກັນ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ສະພາບ​ຄວາມ​ໝັ້ນຄົງ​ຢູ່​ໃນ​ໂລກ ​ແລະ ພາກ​ພື້ນ, ບັນດາ​ໂຄງ​ປະກອບ​ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ ​ແລະ ການ​ພົວພັນ​ປ້ອງ​ກັນ​ປະ​ເທດ​ສອງ​ຝ່າຍ. ສອງ​ຝ່າຍ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ໂດຍ​ເຫັນ​ວ່າ: ການ​ພົວພັນ​ປ້ອງ​ກັນ​ປະ​ເທດ​ລະຫວ່າງສອງ​ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ​ບັນລຸ​ໄດ້​ບັນດາ​ໝາກຜົນ​ອັນ​ດີງາມ, ພ້ອມ​ທັງ​ເຫັນ​ດີ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໃນ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ອິນ​ເດຍ. ຕອນ​ບ່າຍ​ວັນ​ດຽວ​ກັນ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິນ​ເດຍ AK. Antony ​ແລະ ທີ່​ປຶກສາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ ອິນ​ເດຍ Shivshankar Menon ​ໄດ້​ໃຫ້ການ​ຕ້ອນຮັບ ພົນ​ໂທ Nguyen Chi Vinh. ບັນດາ​ການ​ນຳ ອິນ​ເດຍ ​ໄດ້​ເນັ້ນ​ຫນັກ​ວ່າ:​ ຫວຽດນາມ ​ແລະ ອິນ​ເດຍ ມີ​ຈຸດ​ຄ້າຍຄື​ກັນ​ຫລາຍ​ຢ່າງ​ທາງ​ດ້ານ​ວັດທະນະທຳ, ຈຸດໝາຍ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ ກໍ​ຄື​ມີ​ທັດສະນະ​ສະຫນັບສະຫນູນ​ເຊິ່ງກັນ ​ແລະ ກັນ ​ໃນ​ຫລາຍ​ບັນຫາ​ສາກົນ ​ແລະ ພາກ​ພື້ນ./.

 

ຕອບກັບ

ຂ່າວ/ບົດ​ອື່ນ