ການເຈລະຈາຍຸດທະສາດປ້ອງກັນປະເທດຫວຽດນາມ-ສະຫະພັນລັດເຊຍຄັ້ງທີ1

ການເຈລະຈາຍຸດທະສາດປ້ອງກັນປະເທດຫວຽດນາມ-ສະຫະພັນລັດເຊຍຄັ້ງທີ1 - ảnh 1
ການເຈລະຈາຂັ້ນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ - ສະຫະພັນ ລັດເຊຍ
(ພາບ: baodatviet.vn)


(vovworld) - ການ​ເຈລະຈາ​ຂັ້ນ​ຮອງລັດຖະມົນຕີປ້ອງ​ກັນ​ປະ​ເທດ​ຄັ້ງ​ທຳ​ອິດ​ລະຫວ່າງ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ຖືກ​ຈັດ​ຂຶ້ນ​​ເມື່ອ​ວັນ​ທີ 12/12, ຢູ່​ນະຄອນຫຼວງ ມົດ​ສະ​ກູ ຂອງ​ສະຫະພັນ ລັດ​ເຊຍ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດ​ຍພົນ​​ໂທ ຫງວຽນ​ຈີ໋ວີ້ງ, ຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດເປັນ​ຫົວໜ້າ​ຄະນະ ​ແລະ ຄະນະ​ຜູ້​ແທນ​ກະຊວງ​ປ້ອງ​ກັນ​ປະ​ເທດ ສະຫະພັນ​ ລັດ​ເຊຍ ​ໂດຍທ່ານຮອງລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ Anatoly Antonov ນຳ​ໜ້າ​ເຂົ້າ​ຮ່ວມ​ການ​ເຈລະຈາ.

    ​ໃນຂອບ​ເຂດ​ການ​ເຈລະຈາ, 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ຕີ​ລາຄາ​ກ່ຽວ​ກັບ​ສະພາບຄວາມ​ໝັ້ນຄົງ​ພາກ​ພື້ນ ອາຊີ - ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ຜົນ​ປະ​ໂຫຍ​ດ ​ແລະ ການ​ພົວພັນ 2 ປະ​ເທດ. 2 ຝ່າຍ​ຖື​ວ່າ: ​ເພື່ອ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ຢູ່​ພາກ​ພື້ນ​ຄວນ​ເພີ່ມ​ທະວີ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ ​ແລະ ພາກ​ພື້ນ, ພິ​ເສດ​ແມ່ນ​ບັນດາ​ກົນ​ໄກ​ເຈລະ​ຈາ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ ​ແລະ ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ການ​ທູດ​ປ້ອງ​ກັນ, ກໍ່​ຄື​ບັນດາ​ມາດ​ຕະການ​ສະກັດ​ກັ້ນ, ຄວບຄຸມ​​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ.

    ກ່ຽວ​ກັບ​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ, ຮອງ​ລັດຖະມົນຕີ ຫວຽດນາມ ​ແລະ ສະຫະພັນ ລັດ​ເຊຍ ​ເຫັນ​ດີ​ເປັນ​ເອກະສັນຄວນ​ຍູ້​ແຮງການ​ຮ່ວມ​ມື​ໃນ​ທຸກ​ດ້ານ​ຄື: ​ແລກປ່ຽນ​ຄະນະ​ທຸກ​ຂັ້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກ່ຽວ​ກັບທະຫານ​ເຮືອ, ບຳລຸງ​ສ້າງ, ກໍ່​ຄື​ການ​ຮ່ວມ​ມື​​ຄົ້ນ​ຄ້ວາຍຸ​ດທະ​ສາດ, ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ - ​ເຕັກນິກ ​ແລະ ​ເຕັກ​ໂນ​​ໂລ​ຊີ​ການ​ທະຫານ​ລະຫວ່າງ 2 ປະ​ເທດ​ໃນ​ຊຸມ​ປີ​ຕໍ່​ໄປ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ດຳ​ເນີນ​ການ​ເຈ​ລະ​ຈາ​ຍຸດ​ທະ​ສາດ​ປ້ອງ​ກັນ​ປະ​ເທດ​ຄັ້ງ​ທີ 2 ຢູ່ ຮ່າ​ໂນ້ຍ ​ໃນ​ປີ 2014.

ຂ່າວ/ບົດ​ອື່ນ