ການເຈລະຈາຍຸດທະສາດຫວຽດນາມ - ອີຕາລີ ຄັ້ງທຳອິດ

ການເຈລະຈາຍຸດທະສາດຫວຽດນາມ - ອີຕາລີ ຄັ້ງທຳອິດ - ảnh 1

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຕາ​ລີ Bruno Archi
(ພາບ: ອິນເຕີແນດ)

(vovworld) – ​ໂດຍ​ຜັນ​ຂະຫຍາຍ​ຂໍ້​ຕົກລົງ​ຂອງ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ອີ​ຕາ​ລີ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ວັນ​ທີ 21/1/2013, ​ໃນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ອີ​ຕາ​ລີ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ວັນ​ທີ 22/7, ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ບູ່​ຍ​ແທງ​ເຊີນ ​ແລະ ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີ​ຕາ​ລີ Bruno Archi ​ໄດ້​ເປັນ​ປະທານ​ຮ່ວມການ​​ເຈລະຈາ​ຍຸດ​ທະ​ສາດຫວຽດນາມ - ອີ​ຕາ​ລີ ຄັ້ງ​ທຳ​ອິດຢູ່​ຮ່າ​ໂນ້ຍ. ທີ່​ການ​ປະຊຸມ, ສອງ​ຝ່າຍ​ໄດ້​ເຫັນ​ດີ​ຄວນ​ຮັກສາ​ບັນດາ​ກົນ​ໄກ​ທາ​ບທາມ​ລະຫວ່າງ​ກະຊວງ, ຂະ​ແໜງ​ການ​ຕ່າ​ງໆ​ຂອງ​ສອງ​ປະ​ເທດ​ໃນ​ແຕ່ລະ​ຂົງ​ເຂດ​ຮ່ວມ​ມື; ​ເຫັນ​ດີ​ສ້າງ​ຕັ້ງ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ ​ແລະ ຈັດ​ຕັ້ງ​ການ​ປະຊຸມ​ຄະນະ​ກຳມະການ​ປະສົມ​ກ່ຽວ​ກັບ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ​ໂດຍ​ໄວ. ທັງ​ສອງ​ຝ່າຍ​ກໍ່​ແລກປ່ຽນ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ພ້ອມ​ທັງ​ຢັ້ງຢືນ​ວ່າ, ກະຊວງ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ຮ່ວມ​ມື​ຢ່າງ​​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ອີ​ຕາ​ລີ​ສະໜັບສະໜູນ​ຫວຽດນາມ​ ໃນ​ການ​ພັດທະນາ​ການ​ພົວພັນ​ຮອບດ້ານ​ກັບ​ອີ​ຢູ, ສະໜັບສະໜູນ​ເລື່ອງ​ອີ​ຢູຮັບຮອງ​ຫວຽດນາມ ​ມີ​​ລະບຽບການ​ເສດຖະກິດ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ ​ແລະ ຈະ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ (AFTA) ລະຫວ່າງຫວຽດນາມ - ອີ​ຢູ ​ໂດຍ​ໄວ

ຂ່າວ/ບົດ​ອື່ນ