ການ​ເຈລະຈາ​ດ້ານ​ການ​ຄ້າ​ລະຫວ່າງ ອັງກິດ - ອີ​ຢູ ມີ​ສິ່ງ​ທ້າທາຍຕື່ມ​ອີກ​ພາຍຫຼັງ ລອນ​ດອນ ປະກາດ​ຮ່າງ​ກົດໝາຍ​ໃໝ່

(VOVWORLD) -ຮ່າງກົດໝາຍວ່າດ້ວຍຕະຫຼາດພາຍໃນ ລາຊະອານາຈັກ ອັງກິດ ຈະຮັກສາວຽກເຮັດງານທໍາ ແລະ ພື້ນຖານສັນຕິພາບໃຫ້ເຂດ ອຽກລັງເໜືອ ແຕ່ກໍຍອມຮັບວ່າ ຮ່າງກົດໝາຍນີ້ ໄດ້ມີບັນດາການປ່ຽນແປງພຽງລໍາພັງຝ່າຍດຽວ ແລະ ໄດ້ລະເມີດຂໍ້ຕົກລົງຖອນຕົວອອກຈາກ ອີຢູ.
ການ​ເຈລະຈາ​ດ້ານ​ການ​ຄ້າ​ລະຫວ່າງ ອັງກິດ - ອີ​ຢູ ມີ​ສິ່ງ​ທ້າທາຍຕື່ມ​ອີກ​ພາຍຫຼັງ ລອນ​ດອນ ປະກາດ​ຮ່າງ​ກົດໝາຍ​ໃໝ່ - ảnh 1ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ: AFP/TTXVN)

ວັນທີ 9 ກັນຍາ, ລັດຖະບານ ອັງກິດ ໄດ້ປະກາດຮ່າງກົດໝາຍໃໝ່ຊຶ່ງກວມລວມເອົາບັນດາການຈັດຕັ້ງການຄ້າພາຍໃນປະເທດ ໄລຍະຫຼັງ Brexit. ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ຢັ້ງຢືນວ່າ ຮ່າງກົດໝາຍວ່າດ້ວຍຕະຫຼາດພາຍໃນ ລາຊະອານາຈັກ ອັງກິດ ຈະຮັກສາວຽກເຮັດງານທໍາ ແລະ ພື້ນຖານສັນຕິພາບໃຫ້ເຂດ ອຽກລັງເໜືອ ແຕ່ກໍຍອມຮັບວ່າ ຮ່າງກົດໝາຍນີ້ ໄດ້ມີບັນດາການປ່ຽນແປງພຽງລໍາພັງຝ່າຍດຽວ ແລະ ໄດ້ລະເມີດຂໍ້ຕົກລົງຖອນຕົວອອກຈາກ ອີຢູ.

        ກ່າວຄໍາເຫັນຢູ່ ສະພາແຫ່ງຊາດ ອັງກິດ, ທ່ານ Boris Johnson ຢັ້ງຢືນວ່າ ຮ່າງກົດໝາຍສະບັບໃໝ່ຈະຮັກສາວຽກເຮັດງານທໍາ, ຮັກສາການເຕີບໂຕ ແລະ ຮັບປະກັນຕະຫຼາດພາຍໃນອັງກິດ ໃຫ້ເຄື່ອນໄຫວເປັນປົກກະຕິ ແລະ ປອດໄພ. ຜູ້ນໍາໜ້າລັດຖະບານ ອັງກິດ ເອີ້ນຮ່າງກົດໝາຍສະບັບນີ້ວ່າ “ຕາໜ່າງຄວາມປອດໄພດ້ານນິຕິກໍາ” ໃນກໍລະນີ ອີຢູ ຕີລາຄາບັນດາຂໍ້ຕົກລົງຫຼັງ Brexit ຢ່າງຂາດພາວະວິໄສ. ທ່ານຢັ້ງຢືນວ່າ ໜ້າທີ່ຂອງທ່ານ ແມ່ນຮັບປະກັນຄວາມເປັນເອກະພາບຢູ່ຕະຫຼາດພາຍໃນ ແຕ່ກໍຕ້ອງປົກປັກຮັກສາທັງວິວັດແຫ່ງການສ້າງສັນຕິພາບຂອງ ອຽກລັງເໜືອ ແລະ ສົນທິສັນຍາວ່າດ້ວຍວັນສຸກແຫ່ງຄວາມຈົບງາມ ຊ່ວຍຢຸດຕິການປະທະກັນທີ່ແກ່ຍາວມາເປັນເວລາກວ່າ 30 ປີ ຢູ່ເຂດດິນແດນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ