ການເຈລະຈາດ້ານການຄ້າລະຫວ່າງຫວຽດນາມ - ອີຢີບ

ການເຈລະຈາດ້ານການຄ້າລະຫວ່າງຫວຽດນາມ - ອີຢີບ - ảnh 1
ການ​ເຈລະຈາ​ໂດຍ​ກົງ​ທາງ​ອິນ​ເຕີ​ແນ​ດ ລະຫວ່າງ ຄາຍ​ໂຮ ​ແລະ ຮ່າ​ໂນ້ຍ
(ພາບ: tapchicongnghiep.vn)

(vovworld) – ວັນ​ທີ 21/12, ກະຊວງ​ອຸດສາຫະກຳ​ການ​ຄ້າ, ກົມ​ການ​ຄ້າ​ສະຖານທູດ​ຫວຽດນາມ​ປະຈຳ​ອີ​ຢີບ ​ໄດ້​ສົມທົບ​ກັບກະຊວງ​ອຸດສາຫະກຳ​ການ​ຄ້າ, ສະຫະພັນ​ຫ້ອງການ​ການ​ຄ້າ​ອີ​ຢີບ ເປັນ​ປະທານ​ຮ່ວມ​ຈັດ​ຕັ້ງ​ການ​ເຈລະຈາ​ໂດຍ​ກົງ​ທາງ​ອິນ​ເຕີ​ແນ​ດ ລະຫວ່າງ ຄາຍ​ໂຮ ​ແລະ ຮ່າ​ໂນ້ຍ. ທ່ານ ຟານ​ມິ​ງກວາງ. ທີ່​ປຶກສາ​ດ້ານ​ການ​ຄ້າ ສະຖານທູດ​ຫວຽດນາມ​ປະຈຳ ອີ​ຢີບ, ​ໃຫ້​ຮູ້​ວ່າ:

”ຄວາມ​ປາຖະໜາ​ທຳ​ອິດ​ຂອງ​ກະຊວງ​ອຸດສາຫະກຳ​ການ​ຄ້າ ກໍ່​ຄື​ສະຖານທູດ​ຫວຽດນາມ​ ປະຈຳ​ອີ​ຢີບ ​ແມ່ນ​ສ້າງ​ເງື່ອນ​ໄຂ​ໃໝ່ ​ເພື່ອ​ໃຫ້​ສອງ​ຝ່າຍ​ສາມາດ​ພົບ​ປະກັນ, ​ໃນ​ສະພາບ​ທີ່​ເສດຖະກິດ​ຢູ່​ພາຍ​ໃນ​ປະ​ເທດ ​ແລະ ຢູ່​ອີ​ຢີບພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ສ້າງ​ເງື່ອນ​ໄຂ​ເພື່ອ​ໃຫ້​ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ເຖິງ​ເສດຖະກິດ​ມີ​ເງື່ອນ​ໄຂ​ແລກປ່ຽນ​ໂດຍ​ກົງ​ນຳ​ກັນ, ​ແລະ ສາມາດ​ແກ້​ໄຂ​ບັນດາ​ບັນຫາ​ເຊິ່ງວິ​ສາ​ຫະກິດ​ອີຢີບຍັງ​ບໍ່​ທັນ​ເຂົ້າ​ໃຈ, ກໍ່​ຄື​ການ​ພົບ​ພັນ​ລະຫວ່າງ​ສອງ​ປະ​ເທດ”

ກົມ​ການ​ຄ້າ​ສະຖານທູດ​ຫວຽດນາມ​ປະຈຳ​ອີ​ຢີບ​ໃຫ້​ຮູ້​ວ່າ, ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ​ຫວຽດນາມ - ອີ​ຢີບ ​ໃນ​ປີ 2012 ຈະ​ບັນລຸ​ໄດ້​​ເກືອບ 300 ລ້ານ​ໂດ​ລາ​ສະຫະລັດ, ​ເພີ່ມ​ຂຶ້ນ 20% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2011.

 

ຂ່າວ/ບົດ​ອື່ນ