ການເຈລະຈາດ້ານການຄ້າລະຫວ່າງອີຢູແລະອັງກິດຍັງບໍ່ທັນໄດ້ຮັບການແກ້ໄຂບັນດາຄວາມບໍ່ລົງລອຍກັນຕົ້ນຕ

(VOVWORLD) -ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າໄລຍະພາຍຫຼັງ Brexit ລະຫວ່າງສະຫະພາບເອີລົບ (ອີຢູ) ແລະ ອັງກິດ ຍັງຖືກໂຈະໄວ້
ການເຈລະຈາດ້ານການຄ້າລະຫວ່າງອີຢູແລະອັງກິດຍັງບໍ່ທັນໄດ້ຮັບການແກ້ໄຂບັນດາຄວາມບໍ່ລົງລອຍກັນຕົ້ນຕ - ảnh 1 (ພາບປະກອບ: THX/TTXVN)

ວັນທີ 07 ທັນວາ, ບັນດານັກການທູດເອີລົບ ໃຫ້ຮູ້ວ່າ, ບັນດາການເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າໄລຍະພາຍຫຼັງ Brexit ລະຫວ່າງສະຫະພາບເອີລົບ (ອີຢູ) ແລະ ອັງກິດ ຍັງຖືກໂຈະໄວ້ ເມື່ອ 2 ຝ່າຍຍັງບໍ່ທັນແກ້ໄຂບັນດາຄວາມບໍ່ລົງລອຍກັນທີ່ຍັງຄົງຄ້າງໄດ້. ຕາມບັນດາແຫຼ່ງຂ່າວດັ່ງກ່າວ, ໂດຍບໍ່ຫົວຊາຕໍ່ບັນດາຝ່າຍທີ່ໄດ້ມານະພະຍາຍາມເຈລະຈາຮອດຕອນຄ່ຳວັນທີ 06 ທັນວາ, ບັນດາຄວາມບໍ່ລົງລອຍກັນປິ່ນອ້ອມ 3 ເນື້ອໃນຕົ້ນຕໍລວມມີ: ສ້າງຂອບເຂດການເຄື່ອນໄຫວທີ່ສະເໝີພາບ, ການໜູນຊ່ວຍຂອງລັດ ແລະ ການຫາປາແມ່ນຍັງບໍ່ທັນໄດ້ຮັດແຄບລົງເທື່ອ. ບັນດານັກການທູດດັ່ງກ່າວກໍ່ໃຫ້ຮູ້ວ່າ, ບັນດາການເຈລະຈາຈະສືບຕໍ່ດຳເນີນເພື່ອໃຫ້ລັດຖະສະພາເອີລົບ ໃຫ້ສັດຕະຍາບັນຂໍ້ຕົກລົງກ່ອນວັນທີ 31 ທັນວາ ທີ່ຈະມາເຖິງ, ເຊິ່ງແມ່ນຈຸດເວລາເປັນຂີດໝາຍສິ້ນສຸດໄລຍະຂ້າມຜ່ານ ພາຍຫຼັງອັງກິດ ຖອນຕົວອອກຈາກອີຢູ.

        ໃນຂະນະນັ້ນ, ໜັງສືພິມອັງກິດ ໃຫ້ຮູ້ວ່າ, ທ່ານນາຍົກລັດຖະມົນຕີອັງກິດ ຈະໄປຍັງ ບຣຸກແຊນ ເພື່ອເຈລະຈາກັບອີຢູ ກ່ຽວກັບຂໍ້ຕົກລົງ Brexit.

ຕອບກັບ

ຂ່າວ/ບົດ​ອື່ນ