ການເຈລະຈາດ້ານການເມືອງ,ການປ້ອງກັນຊາດປ້ອງກັນຄວາມສະຫງົບຫວຽດນາມ-ອາເມລິກາຄັ້ງທີ 10

(VOVWORLD) -2 ຝ່າຍໄດ້ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງ, ກວ້າງຂວາງ, ໃນນັ້ນມີບັນຫາທະເລຕາເວັນອອກ.

ການເຈລະຈາດ້ານການເມືອງ,ການປ້ອງກັນຊາດປ້ອງກັນຄວາມສະຫງົບຫວຽດນາມ-ອາເມລິກາຄັ້ງທີ 10 - ảnh 1 ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານນາງຮອງລັດຖະມົນຕີຜູ້ຮັບຜິດຊອບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນອາເມລິກາ Andrea Thompson

(ພາບ: BNGVN)

ວັນທີ 25 ມີນາ, ທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ ບຸ່ຍແທັງເຊີນ ແລະ ທ່ານນາງຮອງລັດຖະມົນຕີຜູ້ຮັບຜິດຊອບການຄວບຄຸມອາວຸດ ແລະ ຄວາມໝັ້ນຄົງສາກົນອາເມລິກາ Andrea Thompson ໄດ້ເປັນປະທານຮ່ວມການເຈລະຈາດ້ານການເມືອງ , ການປ້ອງກັນຊາດປ້ອງກັນຄວາມສະຫງົບ ປະຈຳປີຄັ້ງທີ 10 ຢູ່ວໍຊິງຕັນ ດີຊີ, ປະເທດອາເມລິກາ.

        ທີ່ການເຈລະຈາ, 2 ຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ ແລະ ສົມທົບກັນກະກຽມໃຫ້ແກ່ການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ສືບຕໍ່ຜັນຂະຫຍາຍບັນດາຂົງເຂດຮ່ວມມືຕາມບົດບັນທຶກຊ່ວຍຈຳຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ - ອາເມລິກາ ປີ 2011 ແລະ ຖະແຫຼງການຮ່ວມວິໄສທັດຮ່ວມມືດ້ານປ້ອງກັນຊາດປີ 2015 ໃນບັນດາຂົງເຂດຄວາມໝັ້ນຄົງທາງທະເລ, ການເກັບກູ້ລະເບີດບໍ່ທັນແຕກ, ປະຕິບັດໂຄງການລ້າງທາດພິດຢູ່ສະໜາມບິນ ບຽນຮ່ວາ ໂດຍໄວ, ສືບຕໍ່ໜູນຊ່ວຍບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ... 2 ຝ່າຍກໍ່ເຫັນດີນຳກັນຈັດການເຈລະຈາດ້ານການເມືອງ, ການປ້ອງກັນຊາດປ້ອງກັນຄວາມສະຫງົບຄັ້ງທີ 11 ຢູ່ຮ່າໂນ້ຍ ໃນປີ 2020.

        ກໍ່ທີ່ການເຈລະຈາ, 2 ຝ່າຍໄດ້ປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງ, ກວ້າງຂວາງ, ໃນນັ້ນມີບັນຫາທະເລຕາເວັນອອກ. ອາເມລິກາ ໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຢ່າງແຮງ ເພື່ອຮັບປະກັນໃຫ້ພາກພື້ນອິນເດຍ - ປາຊີຟິກ ມີຄວາມເສລີ ແລະ ເປີດກວ້າງ; ຢືນຢັນຫຼັກໝັ້ນສະໜັບສະໜູນສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ການຄ້າທີ່ບໍ່ຖືກກີດຂວາງ, ມີຄວາມເສລີ, ຄວາມປອດໄພໃນການເດີນທະເລ, ການບິນ; ຮຽກຮ້ອງໃຫ້ບັນດາຝ່າຍສືບຕໍ່ປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ, ມຸ່ງໄປເຖິງການສ້າງສຳເລັດກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໃຫ້ແທດຈິງ ແລະ ມີປະສິດທິຜົນໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ