ການເຈລະຈາດ້ານການເມືອງລີບີດຳເນີນໄປຢ່າງຕັ້ງໜ້າແລະມີລັກສະນະສ້າງສັນ

ການເຈລະຈາດ້ານການເມືອງລີບີດຳເນີນໄປຢ່າງຕັ້ງໜ້າແລະມີລັກສະນະສ້າງສັນ - ảnh 1
ການ​ເຈລະຈາ​ດ້ານ​ການ​ເມືອງລີ​ບີ​
ດຳ​​ເນີນ​ໄປ​ຢ່າງ​ຕັ້ງໜ້າ​ແລະ​ມີ​ລັກສະນະ​ສ້າງສັນ
(ພາບ: UNSMIL)


(vovworld) – ສິ້ນ​ສຸດ​ຮອບ​ເຈລະຈາ​ໃໝ່​ສຸດ​ຂອງ​ການ​ເຈລະຈາ​ດ້ານ​ການ​ເມືອງ​ລີ​ບີ ຢູ່​ນະຄອນ Skhirat ​ປະ​ເທດ​ມາຣົກ ​ໃນ​ວັນ​ທີ 28/08, ຄະນະ​ໜູນ​ຊ່ວຍ​ຂອງ​ສະຫະ​ປະຊາ​ຊາດ​ປະຈຳ​ລີບ​ີ (UNSMIL) ​ໄດ້​ອອກ​ຖະ​ແຫຼງການ​​ໂດຍ​​ໃຫ້​ຮູ້​ວ່າ, ບັນດາ​ການ​​ເຈ​ລະ​ຈາ​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ຕັ້ງໜ້າ ​ແລະ ມີ​ລັກສະນະ​ສ້າງສັນ. ຮອບ​ເຈລະຈາ​ຄັ້ງ​ຕໍ່​ໄປ​ຈະ​​ດຳ​​ເນີນ​ໄປ​ໃນ​ສັບ​ປະດາ​ໜ້າ. ​​ໃນ 2 ມື້​ແຫ່ງ​ການ​ເຈລະຈາ​, ພາຍ​ໃຕ້ການ​​ເປັນ​ປະທານ​ຂອງ​ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ Bernardino Leon, ບັນດາ​ຝ່າຍ​ໄດ້​ປຶກສາ​ຫາລື​ເອກະ​ສານ​ເພີ່ມ​ເຕີມຂອງ​ຂໍ້​ຕົກລົງ​ການ​ເມືອ​ງລີບ​ີ ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ເດືອ​ນ 07 ຜ່ານ​ມາ ​ແລະ ວາງ​ກຳນົດ​ເວລາ​​ສິ້ນ​ສຸດ​ການ​ເຈ​ລະ​ຈາ​ດ້ານ​ການ​ເມືອງ​ໃນ​ປະຈຸ​ບັນ. ມີເອກະ​ສານ​ເພີ່ມ​ເຕີມ​4 ສະບັບ​ຖືກ​ຍົກ​ອອກ​ມາ​ເພື່ອ​ເຈລະຈາ​ ລວມມີ: ກຳນົດ​ທິດ​ຂອງ​ລັດຖະບານ​ໃນ​ອະນາຄົດ, ຫຼັກການ​ຮັບປະກັນ​​ສະຖຽນ​ລະ​ພາບ​​ດ້ານ​ການ​ເງິນ, ສະພາ​ແຫ່​ງລັດ ​ແລະ ບັນດາ​ການ​ປັບ​ປຸງ​ຖະ​ແຫຼ​ງການ​ລັດຖະທຳ​ມະນູນ. UNSMIL ​ໃຫ້​ຮູ້​ວ່າ, ບັນດາ​ຝ່າ​ຍ​ໄດ້​ເຫັນ​ດີນຳ​ກັນ​ວ່າ ຮອດ​​ເວລາ​ແລ້ວ​ທີ່​ຈະຕ້ອງ​ສິ້ນ​ສຸດ​ການ​ເຈລະຈາ​ທີ່​ແກ່ຍາວ​ເປັນ​ເວລາ 7 ​ເດືອ​ນຜ່ານ​ມາ. ທູ​ດພິ​ເສດ Leon ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າ ການ​ເຈລະຈາ​ດັ່ງກ່າວ​ຈະ​ສິ້ນ​ສຸດ​ລົງ​ໃນ​ເວລາ 2 ສັບ​ປະດາ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ