ການເຈລະຈາດ້ານນິວເຄຼຍອີຣານສືບຕໍ່ໄດ້ແກ່ຍາວເປັນເວລາ2ວັນ

ການເຈລະຈາດ້ານນິວເຄຼຍອີຣານສືບຕໍ່ໄດ້ແກ່ຍາວເປັນເວລາ2ວັນ - ảnh 1
(ພາບປະກອບ)

​​(vovworld) - ຜູ້​ຕາງໜ້າ​ຂັ້ນ​ສູງຮັບຜິດຊອບດ້ານ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (EU) ທ່ານ​ນາງ Federica Mogherini, ວັນ​ທີ 07/07 ​ໃຫ້​ຮູ​້ວ່າ, ບັນດາ​ການ​ເຈລະຈາ​ລະຫວ່າງ​ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ​ອັງ​ກິດ, ​ຝລັ່ງ, ລັດ​ເຊຍ, ຈີນ ​ແລະ ​ເຢນລະ​ມັນ) ​ເພື່ອ​ຊອກ​ຫາ​ຂໍ້​ຕົກລົງ​ສະບັບໜຶ່ງ​ທີ່​ຮອບດ້ານ​ກ່ຽວ​ກັບ​ບັນດານ​ິວ​ເຄຼີຍຂອງ​ອີຣານ ບໍ່​ສາມາດ​ປະຕິບັດ​ຕາມ​​ກຳນົດ​ເວລາ​ສຸດ​ທ້າ​ຍ​ໃນ​ວັນ​ທີ 07/07 ​ແລະ ຈະ​ແກ່​ຍາວ 2 ວັນ​ຕື່ມ​ອີກ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວພາຍຫຼັງ​ເຂົ້າ​ຮ່ວມ​ຮອບ​ເຈລະຈາ​ຢູ່​ນະຄອນຫຼວງ​ວຽນ, ປະ​ເທດ​​ໂອ​ຕຣິດ, ທ່ານ​ນາງ Federica Mogherini ​ໄດ້​ແຈ້ງ​ໃຫ້​ຊາບວ່າ, ບັນດາ​ຝ່າຍຈະ​ສືບ​ຕໍ່​ເຈ​ລະຈາ​ໃນ 2 ມື້​ຈະ​ມາ​ເຖິງ, ​ແຕ່​ວ່າ ສິ່ງ​ດັ່ງກ່າວ​ບໍ່​ໝາຍ​ຄວາມ​ວ່າ, ​ກຸ່ມ​ນັກເຈລະຈາ​ພວມຕໍ່​ກຳນົດ​ເວລາ​ສຸດ​ທ້າຍ ຫາກ​ພຽງ​​ແຕ່ແມ່ນ​ວິທີການ​ເຄື່ອນ​ໄຫວ​ຢ່າງ​ມີ​ໄຫວ​ພິບ​ເພື່ອ​ຊອກ​ຫາ​ມາດ​ຕະການ​ຊ່ວຍ​ສຳ​ເລັດ​ຂໍ້​ຕົກລົງ​ທີ່​ມີ​ຄຸນະພາບ​ເທົ່າ​ນັ້ນ. ພາຍທີ່​ທ່ານ​ນາງ Federica Mogherini ມີ​ຖະ​ແຫຼງການ, ​ໂຄສົກ​ຂອງ​ຄະນະນັກ​​ເຈລະຈາ​ອີຣານ ​ໃຫ້​ຮູ​້ວ່າ, ​ເຂົາ​ເຈົ້າ​ກໍ່​ບໍ່​ວາງ​ອອກກຳນົດ​ເວລາ​​ລະອຽດ​ເພື່ອ​ສຳ​ເລັດ​ຂໍ້​ຕົກລົງ​ກັບ​ກຸ່ມ P5+1.

ຂ່າວ/ບົດ​ອື່ນ