ການເຈລະຈາດ້ານປ້ອງກັນປະເທດລະຫວ່າງຫວຽດນາມ-ຈີນ

ການເຈລະຈາດ້ານປ້ອງກັນປະເທດລະຫວ່າງຫວຽດນາມ-ຈີນ - ảnh 1
(ການເຈລະຈາດ້ານປ້ອງກັນປະເທດລະຫວ່າງຫວຽດນາມ-ຈີນ)

​(vovworld) – ຕອນ​ເຊົ້າ​ວັນ​ທີ 15/05, ຢູ່​ດ່ານ​ຊາຍ​ແດນ​ສາກົນ​ລາວ​ກາຍ, ​ແຂວງ​ລາວ​ກາຍ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໂດຍ​ທ່ານພົນ​ເອກ ຟຸງກວາງ​ແທງ, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ເປັນ​ຫົວໜ້າ​ຄະນະໄດ້​ຈັດ​ພິທີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຈີນ ຢ່າງ​ສົມ​ກຽດ ​ໂດຍ​ພົນ​ໂທ ຈາງ​ວານ​ແຈ໋ວງ, ກຳມະການລັດຖະບານ, ລັດຖະມົນຕີ​ວ່າການ​ກະຊວງປ້ອງ​ກັນ​ປະ​ເທດ​ຈີນ ​ເປັນ​ຫົວໜ້າ​ຄະນະ. ພາຍ​ຫຼັ​ງພິທີ​ຕ້ອນຮັບ, 2 ຄະນະ​ຜູ້​ແທນ​ໄດ້​ດຳ​ເນີນ​ການ​ເຈ​ລະຈາ​ຢູ່​ສູນ​ກອງ​ປະຊຸມ​ສາກົນ​ລາວ​ກາຍ. ນີ້​​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ ​ໃນ​ຂອບ​ເຂດ​ລາຍການ​ພົວພັນ​ປະ​ແລກປ່ຽນ​ມິດ​ຕະພາບ​ປ້ອງ​ກັນ​ປະ​ເທດຢູ່​ເຂດ​ຊາຍ​ແດນ​ຫວຽດນາມ - ຈີນ ຄັ້ງ​ທີ 2 ປີ 2015. ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ, ພົນ​ເອກ ຟຸງກວາງ​ແທງ ​ເນັ້ນ​ໜັກ​ວ່າ.

      “ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ພາຍຫຼັງ​ລາຍການ​ພົວພັນ​ແລກປ່ຽນ​ມິດ​ຕະພາບ​ປ້ອງ​ກັນຊາ​ດຢູ່​ເຂດ​ຊາຍ​ແດນ​ຫວຽດນາມ - ຈີນ ຄັ້ງ​ທີ 2 ດ້ວຍ​ວຽກ​ງານ​ທີ່​ແທດ​ຈິງ, ລະອຽດ, ປະຊາຊົນ 2 ປະ​ເທດ, ປະຊາ​ຄົມ​ວິ​ສາ​ຫະກິດຈະ​ໄດ້​ຮັບ​ສັນຍາ​ນມ່ວນ​ຊື່ນ. ສິ່ງ​ນີ້​ກໍ່ສ້າງ​ເງື່ອນ​ໄຂ​​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ ​ເພື່ອຜົນ​ປະ​ໂຫຍດຂອງ​ປະຊາຊົນ 2 ປະ​ເທດ​ຫວຽດນາມ - ຈີນ”.

  ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ, ​ພົນ​ໂທ ຈາງ​ວານ​ແຈ໋ວງ ​ສະ​ແດງ​ຄວາມເຊື່ອ​ໝັ້ນວ່າ, ດ້ວຍ​ຄວາມ​ມານະ​ພະຍາຍາມ​ລວມຂອງ 2 ຝ່າຍ, ການ​ພົບ​ປະ​ຄັ້ງ​ນີ້​ຈະ​ປະສົບ​ຜົນສຳ​ເລັດ​ຢ່າງ​ດີງາມ.

  ນີ້​ແມ່ນ​ຄັ້ງ​ທຳ​ອິດ​ໃນ 65 ປີ​ແຫ່ງ​​ປະຫວັດ​ສາດ​​ການ​ພົວພັນທາງ​ການ​ທູດລະຫວ່າງຫວຽດນາມ-ຈີນ, ​ເຊິ່ງລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​ໄດ້ພົບ​ປະກັນ​ຢູ່​​ເຂດ​ຊາຍ​ແດນຫວຽດນາມ - ຈີນ.

ຂ່າວ/ບົດ​ອື່ນ