ການເຈລະຈານິວເຄຼຍ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະດໍາເນີນຄືນໃໝ່ໃນວັນທີ 5 ຕຸລາ

(VOVWORLD) -ສປປ.ເກົາຫຼີ ແລະ ອາເມລິກາ ເຫັນດີຈະດໍາເນີນການເຈລະຈາຂັ້ນວິຊາການໃນວັນທີ 05 ຕຸລາ ພາຍຫຼັງການພົບປະເບື້ອງຕົ້ນໃນວັນທີ 04 ຕຸລານີ້. 
ການເຈລະຈານິວເຄຼຍ ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ ຈະດໍາເນີນຄືນໃໝ່ໃນວັນທີ 5 ຕຸລາ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ການນໍາ Kim Jong -un (ພາບ: TTXVN)

ວັນທີ 01 ຕຸລາ, ທ່ານນາງຮອງລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ Choe Son Hui ຖະແຫຼງວ່າ ສປປ.ເກົາຫຼີ ແລະ ອາເມລິກາ ເຫັນດີຈະດໍາເນີນການເຈລະຈາຂັ້ນວິຊາການໃນວັນທີ 05 ຕຸລາ ພາຍຫຼັງການພົບປະເບື້ອງຕົ້ນໃນວັນທີ 04 ຕຸລານີ້. ນີ້ແມ່ນຮອບເຈລະຈາໂດຍກົງຄັ້ງທໍາອິດ ນັບແຕ່ການພົບປະລະຫວ່າງການນໍາສອງປະເທດເມື່ອເດືອນ ມິຖຸນາ ຜ່ານມາ. ທ່ານນາງ Choe Son Hui ສະແດງຄວາມຫວັງວ່່າ ການພົບປະເຈລະຈາຂັ້ນວິຊາການຄັ້ງນີ້ ຈະຊຸກຍູ້ບັນດາຄວາມຄືບໜ້າທີ່ດີໃນການພົວພັນລະຫວ່າງ ອາເມລິກາ - ສປປ.ເກົາຫຼີ. ທ່ານນາງ ກໍໃຫ້ຮູ້ວ່າ ບັນດາຜູ້ແທນຝ່າຍ ສປປ.ເກົາຫຼີ ພ້ອມແລ້ວທີ່ຈະເຈລະຈາກັບ ອາເມລິກາ, ເຖິງຢ່າງໃດກໍຕາມ ທ່ານນາງກໍ່ບໍ່ໄດ້ເຜີຍໃຫ້ຮູ້ຢ່າງລະອຽດກ່ຽວກັບສະຖານທີ່ດໍາເນີນການເຈລະຈາດັ່ງກ່າວ.

        ໃນວັນດຽວກັນ, ທ່ານ Morgan Ortagus ໂຄສົກກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ “ເຈົ້າໜ້າທີ່ ອາເມລິກາ ແລະ ສປປ.ເກົາຫຼີ ມີແຜນການພົບປະກັນໃນອາທິດຈະມາເຖິງ”, ແຕ່ບໍ່ເຜີຍໃຫ້ຮູ້ລາຍລະອຽດກ່ຽວກັບການພົບປະດັ່ງກ່າວ.

ຟ້າມຮວນ - ນັກຂ່າວ VOV ປະຈໍາ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ