ການເຈລະຈານິວເຄຼຍອີຣານຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສຸດທ້າຍ

ການເຈລະຈານິວເຄຼຍອີຣານຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງສຸດທ້າຍ - ảnh 1
(ພາບປະກອບ: THX/TTXVN)

​​(vovworld) - ຮອດ​ຕອນ​ເຊົ້າ​ວັນ​ທີ 14/07 (ຕາມ​ເວລາ​ຫວຽດນາມ), ບັນດາ​ການ​ເຈລະຈາ​ກ່ຽວ​ກັບ​ບັນຫາ​ນິວ​ເຄຼຍຂອງ​ອີຣານ ພວມ​ດຳ​​ເນີນ​​ໄປ​ຢູ່​ນະຄອນຫຼວງ ​ວຽນ, ປະ​ເທດ​ອົດສຕາ​ລິດ ຍັງ​ບໍ່​ທັນ​ສິ້ນ​ສຸດ​ເທື່ອ. ສິ່ງ​ດັ່ງກ່າວ​ໝາຍ​ຄວາມ​ວ່າ, ອີຣານ ​ແລະ ກຸ່ມ P5+1 (​ເຊິ່ງລວມມີ ອັງກິດ, ຝລັ່ງ, ອາ​ເມ​ລິ​ກາ, ລັດ​ເຊ​ຍ, ຈີນ ​ແລະ ​ເຢຍລະ​ມັນ) ​ໄດ້ພາດ​ເວລາ​ສຸດທ້າຍຄັ້ງ​ທີ 4 ​ໃນ​ຮອບ​​ 2 ສັບ​ປະດາ​ຜ່ານ​ມາ ​ເພື່ອ​ບັນລຸ​ໄດ້​ຂໍ້​ຕົກລົງ​ດ້ານນິວ​ເຄຼຍຮອບດ້ານ ​ເຊິ່ງ​ໄດ້​ຮັບ​ຕີ​ລາຄາ​ວ່າ​ມີ​ຄວາ​ມໝາຍ​ປະຫວັດສາດ. ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອີຣານ Mohammad Javad Zarif ​ໃຫ້​ຮູ້​ວ່າ, ທຸກ​ຝ່າຍອາດ​ບັນລຸ​ໄດ້​ຂໍ້​ຕົກລົງ​ໃນ​ວັນ​ທີ 14/07. ​ໄລ​່ມາ​ຮອດ​ປະຈຸ​ບັນ, ບັນດາ​ຝ່າຍ​ລ້ວນ​ແຕ່​ເນັ້ນ​ໜັກ​ວ່າ ຍັງ​ມີ​ບາງ​ທັດສະນະ​ທີ່​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ, ​ໃນ​ນັ້ນ​ມີ​ຄຳ​ສັ່ງ​ຂວ້ຳ​ບາດ​ດ້ານ​ອາວຸດ​ຂອງ​ສະຫະ​ປະຊາ​ຊາດ ສຳ​ລັບອີຣານ. ສ່ວນຝ່າຍ​ອາ​ເມ​ລິ​ກາ, ​ໂຄ​ສົກ​ທຳນຽບຂາວທ່ານ Josh Earnest ​ໃຫ້​ຮູ​້ວ່າ, ບັນດາ​ນັກ​ເຈລະຈາ​ຢູ່​ນະຄອນຫຼວງ​ວຽນ, ປະ​ເທດ​ອົດສຕາ​ລິດ ບັນລຸ​ໄດ້​ຄວາມກ້າວໜ້າ​ຢ່າງ​ແທ​ດຈິງ. ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊຍ ​ແຈ້ງ​​ໃຫ້​ຮູ້ວ່າ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ ​ແລະ P5+1 ​ໄດ້​ເຊື່ອມ​ຕໍ່​ການ​ເຈລະຈາ​ໃນ​ເວລາ​ 5 ​ໂມງ 30 ນາທີ​​ວັນ​ທີ 14/07.

ຂ່າວ/ບົດ​ອື່ນ