ການເຈລະຈານິວເຄຼຍອາເມລິກາ-ອີຣານຍັງມີຄວາມບໍ່ລົງລອຍກັນ

ການເຈລະຈານິວເຄຼຍອາເມລິກາ-ອີຣານຍັງມີຄວາມບໍ່ລົງລອຍກັນ - ảnh 1
(ພາບປະກອບ: Reuters)

​(vovworld) - ວົງ​ການ​ເຈົ້າ​ໜ້າ​ທີ່​ການ​ທູດ​ອັນ​ດັບ​ໜຶ່ງ​ຂອງ​ອາ​ເມ​ລິ​ກາ ​ແລະ ອີຣານ ພວມ​ມີ​ບັນດາການ​ເຈລະຈາ​ນິວ​ເຄຼຍທີ່​ສຳຄັນ​ຢູ່​ເຊີ​ແນ​ວ, ປະ​ເທດ​ສະ​ວິດ, ​ໃນ​ຄວາມ​ມາະພະນາ​ຍາມ​ເພື່ອ​ແນ​ໃສ່​ບັນລຸ​ໄດ​້ຂໍ້​ຕົກລົງ​ຮອບດ້ານ​ໃນ​ຮອບ​ເວລາ 1 ​ເດືອນ​ອີກ. ການ​ເຈລະຈາ​ລະຫວ່າງ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງການ​ຕ່າງປະ​ເທດອາ​ເມ​ລິ​ກາ John Kerry ​ແລະ ຜູ້​ຮ່ວມ​ຕຳ​ແໜ່​ງອີຣານ Mohammad Javad Zarif ​​ໃນ​ວັນ​ທີ 30/05 ​​ເຊິ່ງແກ່​ຍາວ​ເປັນ​ເວທີ 6 ຊົ່ວໂມງ ​ແຕ່​ຍັງ​ບໍ່​ທັນ​ບັນລຸ​ໄດ້​ບາດກ້າວ​ບຸກທະລຸ. ກຸ່​ມ P5+1 ​ເຊິ່ງລວມມີ​ອາ​ເມ​ລິ​ກາ, ອັງກິດ, ຝລັ່ງ, ລັດ​ເຊຍ, ຈີນ ​ແລະ ​ເຢຍລະ​ມັນ ຖືວ່າ ບັນດາ​ນັກ​ສັງ​ເກດ​ການ​ຕ້ອງ​ມີ​ສິດ​ສຳ​ພັດ​ຫຼາຍ​ກວ່າ​ເພື່ອ ກຳນົດ​ໄດ້​ວ່າ​ອີຣານ ພວມ​ຊອກ​ຫາ​ວິທີ​ຜະລິດ​ລະ​ເບີດ​ນິ​ວ​ເຄຼຍ ຫຼື ບໍ່, ​ໃນ​ຂະນະ​ທີ່​ອີຣານ ຢັ້ງຢືນ​ວ່າ ​ໂຄງການ​ນິວ​ເຄຼຍຂອງ​​ເຂົາ​ເຈົ້າ​ພຽງ​ຮັບ​ໃຊ້​ບັນດາ​ຈຸດປະສົງ​ສັນຕິພາບ​ເທົ່າ​ນັ້ນ.

ຂ່າວ/ບົດ​ອື່ນ