ການເຈລະຈານະໂຍບາຍກະສິກຳຂັ້ນສູງຫວຽດນາມ-ອົດສະຕາລີ

ການເຈລະຈານະໂຍບາຍກະສິກຳຂັ້ນສູງຫວຽດນາມ-ອົດສະຕາລີ - ảnh 1
ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ
(ພາບອິນເຕີແນັດ)

(vovworld)- ​ວັນ​ທີ 22/11, ຢູ່​ຮ່າ​ໂນ້ຍ, ​ທ່ານ ເລ​ກັວກ​ແຢງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ແລະ ທ່ານ David Parker ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ຊັບ​ພະ​ຍາ​ກອນ​ນ້ຳ​ອົດ​ສະ​ຕາ​ລີ ​ໄດ້ເປັນ​ປະ​ທານ​ຮ່ວມ​ການ​ພົບ​ປະ​ເຈ​ລະ​ຈາ​ຂັ້ນ​ສູງ ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ. ນີ້​ແມ່ນ​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ກະ​ສິ​ກຳ​ຂັ້ນ​ສູງ ຄັ້ງ​ທຳ​ອິດ ລະ​ຫວ່າງ ສອງ​ກະ​ຊວງ ເພື່ອ​ແນ​ໃສ່​ສ້າງ​ບັນ​ດາ​ການ​ພົວ​ພັນ​ຮ່ວມ​ມື ກ່ຽວ​ກັບ​ການ​ຜະ​ລິດ, ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ, ມຸ່ງ​ໄປ​ເຖິງ​ພື້ນ​ຖານ​ກະ​ສິ​ກຳ​ໜຶ່ງ​ທີ່ພັດ​ທະ​ນາແບບ​ຍືນ​ຍົງ. ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ກັວກ​ແຢງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ປາດ​ຖະ​ໜາ​ວ່າ​: ອົດ​ສະ​ຕາ​ລີ ​ຈະ​ສືບ​ຕໍ່​ແບ່ງ​ປັນ​ບົດ​ຮຽນ ກ່ຽວ​ກັບ​ການກໍ່ສ້າງ​ນະ​ໂຍ​ບາຍ ແລະ ຕະຫຼາດ​ຜະ​ລິດ​ຕະ​ພັນ​ກະ​ເສດ ເພື່ອ​ຮ່ວ​ມ​ກັນ​ແກ້​ໄຂ​ບັນ​ດາຄວາມຫຍຸ້ງ​ຍາກ ​ຂໍ້ຄົງ​ຄ້າງ ຊຸກ​ຍູ້​ການ​ພົວ​ພັນ​ດ້ານ​ການ​ຄ້າ​ຜະ​ລິດ​ຕະ​ພັນ​ກະ​ເສດ ລະ​ຫວ່າງ ສອງ​ຝ່າຍ.

        ສ່ວນ ທ່ານ David Parker ຮອງລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ​ຊັບ​ພະ​ຍາ​ກອນນ້ຳ​ອົດ​ສະ​ຕາ​ລີ ໃຫ້​ຮູ້​ວ່າ: ຜ່ານ​ການ​ເຈ​ລະ​ຈາ, ບັນ​ດາ​ຂົງ​ເຂດ​ການ​ຮ່ວມ​ມື ລະ​ຫວ່າງ ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ​ຖືກ​ຍົກ​ຂື້ນ​ສູ່​ລະ​ດັບ​ສູງ​ໃໝ່, ປະ​ກອບ​ສ່ວນ​ຍົກ​ສູງ​ການ​ຮ່ວມ​ມື​ຮອ​ບ​ດ້ານ ລະ​ຫວ່າງ​ ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ