ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ການາດາ ຄັ້ງທີ 1

(VOVWORLD) -2 ຝ່າຍຢືນຢັນວ່າ, ປະຈຸບັນການພົວພັນດ້ານປ້ອງກັນຊາດພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ສອດຄ່ອງກັບບົດບັນທຶກຊ່ວຍຈຳການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍ
ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ - ການາດາ ຄັ້ງທີ 1 - ảnh 1ທີ່ການເຈລະຈາທາງອອນລາຍ
(ພາບ: TTXVN)

ວັນທີ 23 ກັນຍາ, ໄດ້ດຳເນີນການເຈລະຈາທາງອອນລາຍກ່ຽວກັບນະໂຍບາຍປ້ອງກັນຊາດຫວຽດນາມ - ການາດາ ຄັ້ງທີ 1. ທ່ານພົນໂທ ຮ່ວາງຊວັນຈຽນ, ກຳມະການສູນກາງພັກ, ກຳມະການຄະນະພັກການທະຫານສູນກາງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານນາງ Jody Thomas, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ ເປັນປະທານຮ່ວມການເຈລະຈາ.

        ເມື່ອແລກປ່ຽນທັດສະນະກ່ຽວກັບສະພາບການໂລກ, ພາກພື້ນ, 2 ຝ່າຍໄດ້ຢືນຢັນຄວາມສຳຄັນຂອງຄວາມເສລີໃນການເດີນເຮືອຢູ່ທະເລ, ການບິນ, ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ; 2 ຝ່າຍເນັ້ນໜັກວ່າ ບັນດາການຂັດແຍ້ງຢູ່ທະເລຕາເວັນອອກຕ້ອງໄດ້ຮັບການແກ້ໄຂໂດຍສັນຕິວິທີ, ບົນພື້ນຖານກົດໝາຍາກົນ, ຖືນີ້ແມ່ນໜ້າທີ່ລວມຂອງບັນດາປະເທດ ແລະ ປະຊາຄົມສາກົນ.

        2 ຝ່າຍຢືນຢັນວ່າ, ປະຈຸບັນການພົວພັນດ້ານປ້ອງກັນຊາດພວມໄດ້ຮັບການຜັນຂະຫຍາຍຢ່າງຕັ້ງໜ້າ, ສອດຄ່ອງກັບບົດບັນທຶກຊ່ວຍຈຳການຮ່ວມມືດ້ານປ້ອງກັນຊາດ 2 ຝ່າຍເຊິ່ງລັດຖະມົນຕີກະຊວງປ້ອງກັນປະເທດຂອງ 2 ປະເທດໄດ້ລົງນາມເມື່ອປີ 2019, ສອດຄ່ອງກັບຄວາມສາມາດບົມຊ້ອນ ແລະ ຄວາມຕ້ອງການຂອງແຕ່ລະປະເທດ. 2 ຝ່າຍກໍ່ໄດ້ຮັບຮອງເອົາແຜນການຮ່ວມມືດ້ານປ້ອງກັນຊາດ 3 ປີໄລຍະ 2021 – 2023.

        ສິ້ນສຸດການເຈລະຈາ, ຮອງລັດຖະມົນຕີທັງ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳໃນການເຮັດວຽກຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ