ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອາເມລິກາຄັ້ງທີ6

ການເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມ-ອາເມລິກາຄັ້ງທີ6 - ảnh 1
ພົນ​ໂທ ຫງວຽນ​ຈີ​ວີ້ງ ແລະ ທ່ານ​ນາງ Amy Searight,
ພາບ:baodatviet

(vovworld)-  ​ໂດຍ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ, ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ໂດຍ​ພົນ​ໂທ ຫງວຽນ​ຈີ​ວີ້ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ນຳ​ຫນ້າ ໄດ້​ໄປ​ເຖິງ ອາ​ເມ​ລິ​ກາ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ນະ​ໂຍ​ບາຍ​ປ້ອງ​ຊາດ ຫວຽດ​ນາມ - ອາ​ເມ​ລິ​ກາ ຄັ້ງ​ທີ 6 ຢູ່ ນະ​ຄອນ​ຫລວງ ວໍ​ຊີງ​ຕັນ ແຕ່​ວັນ​ທີ 29/9 -2/10. ຄະ​ນະ​ຜູ້​ແທນ ອາ​ເມ​ລິ​ກາ ໂດຍ​ ທ່ານ​ນາງ Amy Searight, ຮອງ​ຜູ້​ຊ່ວຍ​ວຽກ ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ເປັນ​ຫົວ​ຫນ້າ​ຄະ​ນະ ພ້ອມ​ກັບ​ບັນ​ດາ​ສະ​ມາ​ຊິກ​ຊື່ງ​ແມ່ນ​ເຈົ້າ​ຫນ້າ​ທີ່​ຂອງ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ. ທີ່​ການ​ເຈ​ລະ​ຈາ, ພົນ​ໂທ ຫງວຽນ​ຈີວີ້ງ ແລະ ທ່ານ​ນາງ Amy Searight, ຮອງ​ຜູ້​ຊ່ວຍ​ວຽກ​ລັດ​ຖະ​ມົນ​ຕີກະ​ຊວງ​ປ້ອງ​ກັນ​ປະ​ເທດ ອາ​ເມ​ລິ​ກາ ໄດ້​ເຫັນ​ດີ ຕີ​ລາ​ຄາ​ສູງ ຄວາ​ມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ສອງ​ຝ່າຍ ໃນ​ການ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ຢູ່​ບັນ​ດາ​ຂົງ​ເຂດ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ MOU, ​ຖະ​ແຫລງ​ການ​ຮ່ວມ​ກ່ຽວ​ກັບ​ການ​ພົວ​ພັນ​ປ້ອງ​ກັນ​ຊາດ ທີ່​ໄດ້​ລົງ​ນາມ​ເມ​ື່ອ​ປີ 2015 ກໍ​ຄື​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ. ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ​ ໃນ​ນັ້ນ ມີ​ການ​ແກ້​ໄຂ​ຜົນ​ຮ້​າຍ​ຢ້ອນ​ຫລັງ​ຈາກ​ສົງ​ຄາມ, ການ​ເຄື່ອນ​ໄຫວ​ມະ​ນຸ​ດ​ສະ​ທຳ, ກູ້​ໄພ​ກູ້​ຊີບ, ແລກ​ປ່ຽນ​ບົດ​ຮຽນ​ໃນ​ການ​ປະ​ຕິ​ບັດ​ກົດ​ໝາຍ​ ວ່າ​ດ້ວຍ​ທະ​ເລ. ຄຽງ​ຂ້າງນັ້ນ, ສອງ​ປະ​ເທດ ກໍ​ມີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ ພິ​ເສດ ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ບັນ​ດາ​ປະ​ເທດ ອາ​ຊຽນ ເປີດກວ້າງ. ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ສະ​ພາບ​ການ​ພາກ​ພື້ນ ອາ​ຊີ ປາ​ຊີ​ຟີກ, ທ່ານ​ນາງ Amy Searight ຢືນ​ຢັນ​ຄືນ​ທັດ​ສະ​ນະ​ຂອງ ອາ​ເມ​ລິ​ກາ ວ່າ: ບັນ​ດາ​ການ​ຂັດ​ແຍ້ງ​ກັນ ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ສັນ​ຕິ​ວິ​ທີ ແລະ​ບັນ​ດາ​ການ​ເຄື່ອນ​ໄຫວບໍ່​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ຕ້ອງ​ຢຸດ​ຕິ​.

 

ຂ່າວ/ບົດ​ອື່ນ