ການເຈລະຈານະໂຍບາຍເຕັກໂນໂລຢີຂໍ້ມູນຂ່າວສານ,ສື່ສານຫວຽດນາມ-ຍີ່ປຸ່ນ

ການເຈລະຈານະໂຍບາຍເຕັກໂນໂລຢີຂໍ້ມູນຂ່າວສານ,ສື່ສານຫວຽດນາມ-ຍີ່ປຸ່ນ  - ảnh 1
ລັດຖະມົມຕີກະຊວງຖະແຫຼງຂ່າວແລະສື່ສານ
ເຈືອງມິງຕ໋ວນ ແລະ ທ່ານ Jiro Akama
 (ພາບ: TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/9, ຢູ່ ຮ່າ​ໂນ້ຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ, ກະຊວງພາຍ​ໃນ ​ແລະ ສື່ສານ ຍີ່ປຸ່ນ, ມີ​ການ​ເຈລະຈາ​ກ່ຽວ​ກັບ ນະ​ໂຍບາຍ​​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ສື່ສານ ​ຫວຽດນາມ-ຍີ່ປຸ່ນ​ ຄັ້ງ​ທີ 2. ບັນດາ​ເນື້ອ​ໃນ​ຕົ້ນຕໍ​ເຊິ່ງ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ໃນ​ການ​ເຈລະຈາ​ນີ້​ແມ່ນ: ນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ພັດທະນາ 4G/5G ພາຍຫຼັງ​ຫັນ​ເປັນ​ໂທລະ​ສັບດີ​ຈີ​ຕອນຢູ່ ຫວຽດນາມ, ສ້າງ​ນະ​ໂຍບາຍ​ຮັກສາ​ລະບົບ​ຂໍ້​ມູນ​ຂ່າວສານ​ຕົ້ນຕໍ ​ແລະ ພັດທະນາ​ໂຄງ​ລ່າງ ອິນ​ເຕີ​ແນ​ດ​ ເຊື່ອມ​ຕໍ່​ກັບ​ທຸກ​ສິ່ງ​ທຸກ​ຢ່າງ​ຢູ່ ຫວຽດນາມ…ທີ່​ການ​ເຈລະຈາ, ທ່ານ​ຮອງ​ລັດຖະມົນຕີ​ ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ  ຟານ​ເຕິ​ມ, ​ໃຫ້​ຮູ້​ວ່າ: ຫວຽດນາມ - ຍີ່ປຸ່ນ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ແຕ່​ປີ 2009. ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​ແລະ ສື່ສານ, ສອງ​ຝ່າຍ​ໄດ້​ຮ່ວມ​ມື​ນັບ​ມື້​ນັບ​ເລິກ​ເຊິ່ງ ກວ້າງຂວາງ ​ແລະ ມີ​ການ​ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຂອງ​ສອງ​ປະ​ເທດ. ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຫວຽດນາມ​ປາຖະໜາ​ວ່າ​ຈະ​ໄດ້​ຮັບ​ເອົາ ​ແລະ ​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ລັດ​ໃນ 3 ຂົງ​ເຂດ​ບຸລິມະສິດ​ແມ່ນ: ພັດທະນາ​ເຄືອ​ຂ່າຍ 4G/5G ພາຍຫຼັງ​ຫັນ​ເປັນ​ໂທລະ​ສັບດີ​ຈີ​ຕອນ, ຮັບປະກັນ​ຄວາມ​ປອດ​ໄພ​​ໃຫ້​ຂໍ້​ມູນ​ຂ່າວສານ, ພັດທະນາ​ໂຄງ​ລ່າງ ອິນ​ເຕີ​ແນ​ດ​ເຊື່ອມ​ຕໍ່​ກັບ​ທຸກ​ສິ່ງ​ທຸກ​ຢ່າງ. ສ່ວນ​ທ່ານ  Jiro Akama ຮອງ​ລັດຖະມົນຕີກະຊວງ ພາຍ​ໃນ ​ແລະ ສື່ສານ ຍີ່ປຸ່ນ ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ, ສອງ​ຝ່າຍ​ຈະ​ຕັ້ງໜ້າ​ສົມທົບ​ກັນ, ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຫຼາຍ​ຢ່າງ​ທີ່​ກ່ຽວຂ້ອງ​ເຖິງ​ນະ​ໂຍບາຍ​ກ່ຽວ​ກັບ ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ ​​ແລະ ສື່ສານ, ກໍ່​ຄື​ບັນດາ​ຄວາມ​ເອົາ​ໃຈ​ໃສ່​ອື່ນໆ​ຂອງ​ສອງ​ກະຊວງ. ຜ່ານ​ການ​ເຄື່ອນ​ໄຫວ​ເປັນ​ປະຈຳ, ສອງ​ກະຊວງ​ຈະ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ບັນລຸ​ຜົນສຳ​ເລັດ​ຫຼາຍ​ຢ່າງ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ