ການເຈລະຈານະໂຍບາຍ“ແນວໂຮມປະເທດຊາດຫວຽດນາມດ້ວຍພົນລະເມືອງແລະການພັດທະນາແບບຍືນຍົງ”

ການເຈລະຈານະໂຍບາຍ“ແນວໂຮມປະເທດຊາດຫວຽດນາມດ້ວຍພົນລະເມືອງແລະການພັດທະນາແບບຍືນຍົງ” - ảnh 1
ການເຈລະຈານະໂຍບາຍ“ແນວໂຮມປະເທດຊາດຫວຽດນາມ
ດ້ວຍພົນລະເມືອງແລະການພັດທະນາແບບຍືນຍົງ”
(ພາບ: daidoanket.vn)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ, ​ເຊິ່ງ​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 17/09, ຢູ່​ຮ່າ​ໂນ້ຍ, ທ່ານ​ນາງ Ritsu Nacken, ຜູ້​ຮັກສາ​ການຫົວ​ໜ້າ​ຜູ້​ຕ່າງ​ໜ້າກອງ​ທຶນ​ປະຊາກອນ ສະ​ຫະປະຊາ​ຊາດ​ປະ​ຈຳ​ຫວຽດນາມ ຖື​ວ່າ: ຫວຽດນາມ ຄວ​ນຫັນ​ຈຸດ​ສຸມ​ຂອງ​ນະ​ໂຍບາຍ​ປະຊາກອນ​ຈາກ​ການ​ຄວບ​ຄຸ​ມການ​ກຳ​​ເນີດ ໄປ​ສູ່​ການນຳ​ເອົາ​ບັນຫາ​ຫັນປ່ຽນ​ຈຳນວນ​ພົນລະ​ເມືອງ​ເຂົ້າ​ໃນ​ວິວັດ​ການ​ສ້າງ​ແຜນພັດທະນາ. ພ້ອມກັນ​ນັ້ນ​ຫວຽດນາມ ຄວນມີ​ບັນດາ​ນະ​ໂຍບາຍ​ບູລິ​ມະ​ສິດ​ກວ່າ​ອີກ​ໃຫ້​ວຽກ​ງານ​ຫຼຸດຜ່ອນ​ການ​ຂາດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ-ຊາຍ ​ໃນ​ການ​ສົ່ງ​ເສີມ​ສຸຂະພາບ​​ໃນການຮ່ວມ​ດຳ​​ເພດ​ສຳພັນ/ສຸຂະພາບ​ຈະ​ເລີ​ນພັນ​ສຳລັບ​ບັນດາ​ກຸ່ມຄົນ​ທີ່​ຖືກສ່ຽງ​ໄພ​ສູງ​ກວາ​ເພີ່ນ​ຄື​ຊາວ​ຊົນ​​ເຜົ່າ​ສ່ວນ​ໜ້ອຍ, ຊາວ​ອົບ​ພະຍົບ, ຄົນ​ໜຸ່ມ ​ແລະ ​ຜູ້​ທີ່​ດຳລົງ​ຊີວິດ​ຢູ່​ບັນ​​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ.

        ທີ່​ການ​ເຈ​ລະ​ຈາ, ທ່ານ​ປະ​ທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ສະ​ເໜີ​ບົດ​ທາ​ບທາມ​ຄວາມ​ເຫັນ “ຕ້​ອງປ່ຽນ​ໃໝ່​ນະ​ໂຍບາຍ​ປະຊາກອນ​ຢ່າງຮອບດ້ານ ພາຍ​ຫຼັງ​ບັນລຸ​ອັດຕາ​ເກີດ​ປ່ຽນ​ແທນ ​ເພື່ອ​ຮັບປະກັນ​ການ​​ໃຫ້ການພັດທະນາ​ເສດຖະກິດ​ສັງຄົມ​ພາຍຫຼັງ​ປີ 2015” ຢ່າງ​ໝັ້ນຄົງ. ທ່ານ ຫງວຽນທຽນ​ເຍີນ ກໍ​ຍົກ​ອອກບັນດາມາດ​ຕະການ​ແກ້​ໄຂ​ນະ​ໂຍບາຍ​ປະຊາກອນ​ຂອງ​ຫວຽດນາມ ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ນີ້ ຕ້ອງ​ສ້າງ​ຕັ້ງ​ຄະ​ນະ​ກຳມະການ​ແຫ່ງ​ຊາດ ກ່ຽວ​ກັບ​ຈຳນວນ​ພົນ​ລະ​ເມືອງ​ແບບ​ຍືນ​ຍົງ ​ແລະ ຄອບຄົວ​ຜາ​ສຸກ.

ຂ່າວ/ບົດ​ອື່ນ