ການເຈລະຈາບັນຫານິວເຄຼຍຂອງອີຣານແກ່ຍາວຮອດວັນທີ7/7

ການເຈລະຈາບັນຫານິວເຄຼຍຂອງອີຣານແກ່ຍາວຮອດວັນທີ7/7 - ảnh 1
ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ John Kerry
ພົບ​ປະ​ກັບ​ຜູ້​ອຳ​ນວ​ຍ​ການ​ໃຫຍ່ IAEA Yukiya Amano

(vovworld)- ກ່ອນ​​ກຳ​ນົດ​ເວ​ລາ​ສຸດ​ທ້າຍ​ແມ່ນ​ວັນ​ທີ 30/6 ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ຮອບ​ດ້ານ​ໃຫ້​ແກ່​ບັນ​ຫາ​ນິວ​ເຄຼຍ ຂອງ​ອີ​ຣານ, ກຸ່ມ P5+1 (ຊື່ງ​ລວມ​ມີ ອັງ​ກິດ, ຝລັ່ງ, ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ ພ້ອມ​ກັບ​ເຢຍ​ລະ​ມັນ) ແລະ ອີ​ຣານ ເຫັນ​ດີ​ຈະ​ແກ່​ຍາວ​ການ​ເຈ​ລະ​ຈາ​ຮອດ​ວັນ​ທີ 7/7. ທ່ານ Marie Harf, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ​ໃຫ້​ຮູ້​ວ່າ: ບັນ​ດາ​ຝ່າຍ ໄດ້​ມາ​ນະ​ພະ​ຍາ​ຍາມ​ສຸດ​ຄວາມ​ສາ​ມາດ ແຕ່ບໍ່​ທັນ​ບັນ​ລຸ​ຂໍ້​ຕົກ​ລົງ​ຮອບ​ດ້ານ​ແທນ​ໃຫ້​ຂໍ້​ຕົກ​ລົງ​ແມ່​ ກ່ອນ​​ກຳ​ນົດ​ເວ​ລາ​ສຸດ​ທ້າຍ​ທີ່​ວາງ​ອອກ​ໃນ​ເບື້ອງ​ຕົ້ນ​ໃນ​ເວ​ລາ 24 ​ໂມງ​ຂອງວັນ​ທີ 30/6 ຍ້ອນ​ຍັງ​ມີ​ຄວາມບໍ່ລົງ​ລອຍ​ກັນ​ຈຳ​ນວນ​ຫນຶ່ງ. ສະ​ນັ້ນ ບັນ​ດາ​ນັກ​ເຈ​ລະ​ຈາ​ໄດ້​ເຫັນ​ດີ ແກ່​ຍາວການ​ເຈ​ລະ​ຈາ​ຮອດ​ວັນ​ທີ 7/7 ເພື່ອ​ແນ​ໃສ່​ບັນ​ລຸ​ມາດ​ຕະ​ການ​ຍາວ​ນານ​ໃຫ້​ແກ່​ບັນ​ຫາ​ນິວ​ເຄຼຍ. ໃນ​ວັນ​ດຽວ​ກັນ, ອີ​ຢູ ຕົກ​ລົງ​ແກ່​ຍາວ​​ຄຳ​ສັ່ງ​ຢຸດ​ຕິ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ​ແນ​ໃສ່ ອີ​ຣານ ຕື່ມ​ອີກ ອາ​ທິດ​ຫນຶ່ງ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຖືກ​ຍົກ​ອອກ​ໃນ​ຈຸດ​ເວ​ລາ​ພວມ​ດຳ​ເນີນ​ບັນ​ດາ​ການ​ເຈ​ລ​ະ​ຈາ​ທີ່​ເຄັ່ງ​ຕຶງ​ລະ​ຫວ່າງ ເຕ​ເຮ​ຣານ ກັບ​ກຸ່ມ P5+1 ເພື່ອ​ບັນ​ລຸ​ຂໍ້​ຕົກ​ລົງ​ນິວ​ເຄຼຍ​ຮອບ​ດ້ານ.

ຂ່າວ/ບົດ​ອື່ນ