ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ ສິ້ນ​ສຸດ​ລົງ ແຕ່​ບໍ່​ບັນ​ລຸ​ຂໍ້​ຕົກ​ລົງ

(VOVWORLD) - ຮອບເຈລະຈາຫຼ້າສຸດກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ ໄດ້ສິ້ນສຸດຢູ່ນະຄອນຫຼວງ ກາຍໂຣ (ອີຢິບ) ໂດຍບໍ່ບັນລຸໄດ້ຂໍ້ຕົກລົງໃດ, ໃນຂະນະທີ່ຂະບວນການອິດສະຣາລາມ ຮາມາດສ ຂອງ ປາແລັດສະຕິນ ແລະ ອິດສະຣາແອັນ ລ້ວນແຕ່ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ກັບບາງເງື່ອນໄຂ ເຊິ່ງບັນດາຝ່າຍເປັນກາງໄກເກ່ຍໄດ້ຍົກອອກມາ.
ການ​ເຈ​ລະ​ຈາ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ ສິ້ນ​ສຸດ​ລົງ ແຕ່​ບໍ່​ບັນ​ລຸ​ຂໍ້​ຕົກ​ລົງ - ảnh 1ປະຊາຊົນຊອກຫາຜູ້ປະສົບເຄາະຮ້າຍໃນເຫດບຸກໂຈມຕີທາງອາກາດ (ພາບ: THX/TTXVN)

ວັນທີ 25 ສິງຫາ, ສອງແຫຼ່ງຂ່າວກ່ຽວກັບຄວາມໝັ້ນຄົງ ອີຢິບ ໃຫ້ຮູ້ວ່າ ຮອບເຈລະຈາຫຼ້າສຸດກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ ໄດ້ສິ້ນສຸດຢູ່ນະຄອນຫຼວງ ກາຍໂຣ (ອີຢິບ) ໂດຍບໍ່ບັນລຸໄດ້ຂໍ້ຕົກລົງໃດ, ໃນຂະນະທີ່ຂະບວນການອິດສະຣາລາມ ຮາມາດສ ຂອງ ປາແລັດສະຕິນ ແລະ ອິດສະຣາແອັນ ລ້ວນແຕ່ບໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ກັບບາງເງື່ອນໄຂ ເຊິ່ງບັນດາຝ່າຍເປັນກາງໄກເກ່ຍໄດ້ຍົກອອກມາ. ທັງຝ່າຍຂອງ ຮາມາດສ ແລະ ອິດສະຣາແອັນ ລ້ວນແຕ່ອອກຈາກ ກາຍໂຣ ໃນວັນທີ 25 ສິງຫາ ພາຍຫຼັງການພົບປະກັບບັນດາປະເທດເປັນກາງໄກເກ່ຍ ອີຢິບ ແລະ ກາຕາ ໃນຂອບເຂດຮອບເຈລະຈາຫຼ້າສຸດກ່ຽວກັບຄຳສັ່ງຢຸດຍິງຢູ່ເຂດ ກາຊາ.

        ອີຢິບ, ກາຕາ ພ້ອມດ້ວຍ ອາເມລິກາ ໄດ້ມານະພະຍາຍາມຊຸກຍູ້ບັນດາຮອບເຈລະຈາໃນຫຼາຍເດືອນຜ່ານມາ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງຢູ່ເຂດ ກາຊາ ແລະ ແລກປ່ຽນຕົວປະກັນລະຫວ່າງ ອິດສະຣາແອັນ ແລະ ຮາມາດສ. ວໍຊິງຕັນ ຍັງພວມປຶກສາຫາລືກັບບັນດາປະເທດເປັນກາງໄກ່ເກ່ຍກ່ຽວກັບບັນດາຂໍ້ສະເໜີໃໝ່ ເພື່ອແນໃສ່ຮັດແຄບຊ່ອງຫວ່າງລະຫວ່າງ ອິດສະຣາແອັນ ແລະ ຮາມາດສ ກໍຄືກ່ຽວກັບກົນໄກປະຕິບັດແຜນການຢຸດຍິງ. ເຖິງຢ່າງໃດກໍຕາມ, ເລື່ອງ ອິດສະຣາແອັນ ຢຶດໝັ້ນຮັກສາການຄົງຕົວຂອງກອງທັບປະເທດນີ້ໃນແລວທາງ Philadelphi, ທີ່ມີຄວາມຍາວກວ່າ 14 ກິໂລແມັດ, ລຽບຕາມຊາຍແດນ ອີຢິບ - ກາຊາ ໄດ້ກາຍເປັນຈຸດອຸດຕັນຕົ້ນຕໍ. ອີຢິບ ໄດ້ຢັ້ງຢືນຄືນຫຼັກໝັ້ນຂອງປະເທດນີ້ ຕໍ່ກັບເລື່ອງ ອິດສະຣາແອັນ ຕ້ອງຖອນກຳລັງອອກຈາກແລວທາງ Philadelphi  ແລະ ເຂດດ່ານຊາຍແດນ  ຣາຟາ ທາງເບື້ອງ ເຂດ ກາຊາ.


ຕອບກັບ

ຂ່າວ/ບົດ​ອື່ນ