ການເຈລະຈາຢູ່ເມັກຊິກໂກແນະນຳກ່ຽວກັບປະຊາຄົມອາຊຽນ

ການເຈລະຈາຢູ່ເມັກຊິກໂກແນະນຳກ່ຽວກັບປະຊາຄົມອາຊຽນ - ảnh 1
(ພາບ​ປະ​ກອບ)

(vovworld) -ມຸ່ງ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ທ້າຍ​ປີ​ນີ້, ​ໃນ​ລະຫວ່າງ​ວັນ​ທີ 9-10/12, ທ່ານ​ ​ເລ​ລິງ​ລານ, ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ປະຈຳ​ສະຫະພັນ ​ເມັກ​ຊິກໂກ, ພ້ອມ​ກັບ​ຜູ້ຕາງໜ້າ​ບັນດາ​ປະ​ເທດ​ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ ​ແລະ ​ໄທ ​ເຂົ້າ​ຮ່ວມ​ການ​ເຈລະຈາ​ກ່ຽວ​ກັບ​ອາ​ຊຽນ, ​ເຊິ່ງຈັດ​ຕັ້ງ​ຢູ່​ເມັກ​ຊິກ​ໂກ. ທີ່​ການ​ເຈລະຈາ, ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້​ລາຍ​ງານ​ຫຼາຍ​ຫົວ​ຂໍ້​ທີ່​ກ່ຽວຂ້ອງ​ເຖິງ​ວິວັດ​ແຫ່ງ​ການ​ສ້າງ​ຕັ້ງ ​ແລະ ພັດທະນາ​ຂອງ​ອາ​ຊຽນ, ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ, ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ອາ​ຊຽນ​ໃນ​ພາກ​ພື້ນ ​ແລະ ​ໂລກ, ກໍ່ສ້າງ​ອາ​ຊຽນ ບົນ​ສາມ​ເສົາ​ຄຳ້​ຕົ້ນຕໍ​ແມ່ນ​ເສດຖະກິດ, ການ​ເມືອງ - ຄວາມ​ໝັ້ນຄົງ ​ແລະ ວັດທະນະທຳ - ສັງຄົມ.

        ​ໃນ​ບົດ​ປະກອບ​ຄວາມ​ເຫັນ ທ່ານ​ ເອກ​ອັກຄະ​ລັດຖະທູດ​ຫວຽດນາມ​ເລ​ລິງ​ລານ ​ເນັ້ນ​ໜັກ​ວ່າ, ​ໂດຍ​ແມ່ນ​ສະມາ​ຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ, ຫວຽດນາມ​ສືບ​ຕໍ່​ມີ​ບົດບາດນຳ​ໜ້າ​ໃນ​ການ​ຜັນ​ຂະຫຍາຍ​ບັນດາ​ຈຸດ​ສຸມ, ບຸລິມະສິດ ​ເພື່ອ​ມຸ່ງ​ໄປ​ເຖິງ​ຄາດໝາຍ​ສ້າງ​ຕັ້ງ​ປະຊາ​ຄົມ​ອາ​ຊຽນ. ທ່ານ​ຢືນຢັນ​ວ່າ, ປະຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ​ໃນ​ທ້າຍ​ປີ 2015 ຈະ​ນຳ​ອາ​ຊຽນກ້າວ​ເຂົ້າ​ສູ່​ໄລຍະພັດທະນາ​ໃໝ່, ຂະຫຍັນ​ຂັນ​ເຄື່ອນ​ກວ່າ ​ແລະ ​ແທດ​ຈິງ​ກວ່າ, ​ແນ່ນອນ​ວ່າ​ຈະ​ສືບ​ຕໍ່​ນຳ​ມາ​ເຊິ່ງບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ ​ແລະ ​ແທດ​ຈິງ​ກວ່າ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ ​ແລະ ​ໃນ​ພາກ​ພື້ນ​ຫຼາຍ​ກວ່າ. ​ໂດຍ​ສືບ​ຕໍ່​ທິດ​ນຳ​ເປັນ​ເຈົ້າ​ການ, ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ນັ້ນ, ຫວຽດນາມ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ອະນາຄົດ​ຂອງ​ປະຊາ​ຄົມ​ອາ​ຊຽນ​ແຫ່ງ​ຄວາມ​ສາມັກຄີ ​ແລະ ໝັ້ນຄົງ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ