ການເຈລະຈາລັດເຊຍ-ອາເມລິກາກ່ຽວກັບບັນຫາຊີຣີບໍ່ໄດ້ຮັບຜົນ

ການເຈລະຈາລັດເຊຍ-ອາເມລິກາກ່ຽວກັບບັນຫາຊີຣີບໍ່ໄດ້ຮັບຜົນ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 12/12, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ໃຫ້​ຮູ້​ວ່າ, ການ​ເຈລະຈາ​ລະຫວ່າງ​ປະ​ເທດ​ນີ້ ​ແລະ ອາ​ເມ​ລິ​ກາ ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ຢູ່ ຊີຣີ ​ໄດ້​ກ້າວ​ເຂົ້າ​ສູ່​ສະພາບ “ບໍ່​ມີ​ທາງ​ອອກ“, ພ້ອມ​ທັງ​ຖື​ວ່າການ​ບຸກ​ໂຈມ​ຕີ​ຂອງ​ອົງການ​ກໍ່​ການ​ຮ້າຍ “ລັດ​ອິດສະ​ລາມ“ (IS) ​ເຂົ້າ​ນະຄອນ​ບູຮານ Palmyra, ບາງ​ເທື່ອ​ໂດຍ ອາ​ເມ​ລິ​ກາ ​ແລະ ບັນດາ​ພັນທະ​ມິດ​ໃນ​ພາກ​ພື້ນ​ຈັດ​ວາງ ​ເພື່ອ​ແນ​ໃສ່​ແກ່ຍາວ​ເວລາ​ໃຫ້​ບັນດາ​ຝ່າຍ​ຄ້ານ​ຢູ່​ນະຄອນ Aleppo. ກ່າວ​ຄວາມ​ເຫັນ​ໃນ​ການ​ຢ້ຽມຢາມ​ນະຄອນຫຼວງ Belgrade, Serbia, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ລັດ​ເຊຍ Sergei Lavrov ​ໃຫ້​ຮູ້​ວ່າ, ລັດ​ເຊຍ ​ພ້ອມ​ແລ້ວ​ທີ່​ຈະ​ຈັດ​ຕັ້ງ​ການ​ເຈລະຈາ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ເປີດ​ຊ່ອງ​ທາງ​ໃຫ້​ບັນດາ​ຝ່າຍ​ຄ້ານ​ຖອນ​ອອກ​ຈາກ Aleppo ຢ່າງ​ ໄວ, ​ແຕ່ບັນຫາ​ນີ້​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ຄວາມ​ເຫັນ​ດີ​​ເປັນ​ເອກະ​ພາບ​ຈາກ​ສອງ​ຝ່າຍ​ກ່ອນ​ທີ່​ຂໍ້​ຕົກລົງ​ຢຸດ​ຍິງ​ທັງ​ໝົດ​ໄດ້​ຮັບ​ການຈັດ​ວາງ.

ຂ່າວ/ບົດ​ອື່ນ