ການເຈລະຈາລັດເຊຍແລະຍີ່ປຸ່ນ

ການເຈລະຈາລັດເຊຍແລະຍີ່ປຸ່ນ - ảnh 1
ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊ​ຍ
Sergei Lavrov ​ແລະ ​ຜູ້ຮ່ວມ​ຕຳ​ແໜ່​ງ​ຍີ່ປຸ່ນ Fumio Kishida
(ພາບ: AFP)


(vovworld) – ວັນ​ທີ 21/09, ຢູ່​ນະຄອນຫຼວງ​ມົດ​ສະ​ກູ, ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ລັດ​ເຊ​ຍ Sergei Lavrov ​ໄດ​້ມີ​ການ​ເຈລະຈາ​ກັບ​ຜູ້ຮ່ວມ​ຕຳ​ແໜ່​ງ​ຍີ່ປຸ່ນ Fumio Kishida ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ 2 ຝ່າຍ, ລວມທັງ​ເລື່ອງ​ລົງ​ນາມ​​ໃນ​ສົນທິສັນຍາ​ສັນຕິພາບ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ ພາຍຫຼັງ​ການ​ເຈລະຈາ ທີ່​​ແກ່ຍາວ​ເປັນ​ເວລາ ​ເກືອ​ບ 3 ຊົ່ວ​ໂມງ, ທ່ານ Sergei Lavrov ​ໃຫ້​ຮູ້​ວ່າ, 2 ຝ່າຍ​ລ້ວນ​ແຕ່​ຢືນຢັນ​ການ​ຮ່ວມ​ມື​ລະຫວ່າງ​ລັດ​ເຊຍ​ ​ແລະ ຍີ່ປຸ່ນ ​ແມ່ນຕອບສະໜອງ​ຜົນ​ປະ​ໂຫຍ​ດອັນ​ຍາວ​ນານ​ຂອງ​ປະຊາຊົນ 2 ປະ​ເທດ. ນີ້​ແມ່ນ​ທັດສະນະ​ທີ່ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກທ່ານ​ປະທານາທິບໍດີລັດ​ເຊຍ Vladimir Putin ​ແລະ ທ່ານ​ນາຍົກລັດຖະມົນຕີຍີ່ປູ່ນ Shinzo Abe. ທ່ານ Sergei Lavrov ກໍ​ຍອມຮັບ​ວ່າ, 2 ປະ​ເທດ​ຍັງ​ມີ​ຄວາມ​ເຫັນ​ແຕກ​ຕ່າງ​ກັນ​ຫຼາຍ​ຢ່າງ, ​ແຕ່​ຈະ​ມານະ​ພະຍາຍາມ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​. ລັດ​ເຊຍ ​ແລະ ຍີ່ປຸ່ນ ຈະ​ດຳ​ເນີນ​ຮອບ​ທາ​ບທາມ​ຄວາມ​ເຫັນ​ຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ກ່ຽວ​ກັບ​ເລື່ອງ​ລົງ​ນາມ​ໃນ​ສັນຍາ​ສັນຕິພາບ​ໃນ​ວັນ​ທີ 08/10 ຈະ​ມາ​ເຖິງ​ຢູ່​ມົດສະກູ.

ຂ່າວ/ບົດ​ອື່ນ