ການເຈລະຈາລະຫວ່າງ ລັດຖະມົນຕີເສດຖະກິດ ອາຊຽນ ແລະ ບັນດາການນຳດຳເນີນທຸລະກິດໃນກຸ່ມອາຊຽນ

ການເຈລະຈາລະຫວ່າງ ລັດຖະມົນຕີເສດຖະກິດ ອາຊຽນ ແລະ ບັນດາການນຳດຳເນີນທຸລະກິດໃນກຸ່ມອາຊຽນ - ảnh 1
ການ​ເຈລະຈາ​ຄັ້ງ​ທີ 10 ລະຫວ່າງ​ບັນດາ​ລັດຖະມົນຕີ​ເສດຖະກິດ​
 ​ແລະ ບັນດາ​ສະມາຊິກ​ສະພາ​ທີ່​ປຶກສາ​ດຳ​ເນີນ​ທຸລະ​ກິດ ອາ​ຊຽນ
ພາບ: internet

(vovworld) - ການ​ເຈລະຈາ​ຄັ້ງ​ທີ 10 ລະຫວ່າງ​ບັນດາ​ລັດຖະມົນຕີ​ເສດຖະກິດ​ອາ​ຊຽນ ​ແລະ ບັນດາ​ສະມາຊິກ​ສະພາ​ທີ່​ປຶກສາ​ດຳ​ເນີນ​ທຸລະ​ກິດ ອາ​ຊຽນ (ABAC) ຖື​ກ​ໄຂ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 26/8 ຢູ່ ນະຄອນ ​ຊຽມຣຽບ ປະ​ເທດ ກຳ​ປູ​ເຈຍ ​ເພື່ອ​ປຶກສາ​ຫາລື ​ແລະ ຊອກ​ທິດ​ທາງ​ຊຸ​ກຍູ້ການ​ຮ່ວມ​ມື​ລະຫວ່າງ ພາກ​ລັດ ​ແລະ ພາກ​ເອກະ​ຊົນ ​ໃນ​ວິວັດທະນາ​ການ​ສ້າງ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ປີ 2015. ກ່າວ​ຄຳ​ເຫັນ​ທີ່​ເວທີ​ປາ​ໄສ, ທ່ານ Cham Prasidh ລັດຖະມົນຕີ​ກະຊວງ​ການ​ຄ້າ       ກຳປູ​ເຈຍ ​ໄດ້​ຢືນຢັນ​ວ່າ: ບັນດາ​ວາລະ​ທາ​ບທາມ​ຄຳ​ເຫັນ​ໃນ​ຂອບ​ເຂດການ​ເຈລະຈາ​ມີ​ຄວາມ​ໝາ​ຍສຳຄັນ​ໃນ​ການ​ຈັດ​ຕັ້ງ​ກອງ​ປະຊຸມ​ລົງທຶນ ​ແລະ ​ດຳ​ເນີນ​ທຸລະ​ກິດ       ອາ​ຊຽນ 2012 ຊຶ່ງ​ຈະ​ຖືກ​ຈັດ​ຂຶ້ນ​ຢູ່ ພະນົມ​ເປັນ​ແຕ່​ວັນ​ທີ 16 - 18/9 ຈະ​ມາ​ເຖິງ. ກ່າວ​ຄຳ​ເຫັນ​ກັບ​ວົງ​ການ​ນັກ​ຂ່າວ​ພາຍຫລັງ​ກອງ​ປະຊຸມ, ທ່ານ​  Nguon Meng Tech ປະທານຫ້ອງການ​ການ​ຄ້າ ກຳປູ​ເຈຍ ​ໃຫ້​ຮູ້​ວ່າ​: ບັນດາ​ການ​ນຳ​ເສດຖະກິດ   ອາ​ຊຽນ ​ໄດ້​ສະ​ເຫ​ນີບັນດາ​ລັດຖະມົນຕີ​ເສດຖະກິດ​ຄິດ​ໄລ່​ຊັ່ງຊາ​ການຈຳຫນ່າຍ​ແບບ​ຟອມບັດ​ທຸລະ​ກິດ​ຮ່ວມ​ໃນ​ພາກ​ພື້ນ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ນັກທຸລະກິດ​ໃນ​ການ​ໄປ​ມາ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ. ກຳປູ​ເຈຍ ຈະຍົກ​ຂໍ້​ສະ​ເຫ​ນີດັ່ງກ່າວ​ຢູ່​ກອງ​ປະຊຸມ​ລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ ອາ​ຊຽນ 2012.

ຂ່າວ/ບົດ​ອື່ນ