ການເຈລະຈາລະຫວ່າງ2ພາກເກົາຫຼີກ່ຽວກັບເງິນເດືອນໃຫ້ແກ້ກຳມະກອນKeasongຖືກປະລາໄຊ

ການເຈລະຈາລະຫວ່າງ2ພາກເກົາຫຼີກ່ຽວກັບເງິນເດືອນໃຫ້ແກ້ກຳມະກອນKeasongຖືກປະລາໄຊ - ảnh 1
ທະ​ຫານ ສ. ເກົາຫຼີ ໃນ​ເສັ້ນ​ທາງ​ເຂົ້າເຂດ​ອຸດ​ສາ​ຫະ​ກຳ​ປະ​ສົມ
Kaesong
(ພາບ: AFP)

(vovworld) – ວັນ​ທີ 19/4, ກະ​ຊວງ​​ທ້ອນໂຮມ​​ຊາດ​ ສ. ເກົາຫຼີ ປະ​ກາດ​ວ່າ: ການ​ເຈ​ລະ​ຈາ​ລະ​ຫວ່າງ 2 ພາກເກົາຫຼີ ເພື່ອ​ແກ້​ໄຂ​ການ​ໂຕ້​ຖຽງ​ກັນ​ກ່ຽວ​ຂ້ອງ​ເຖິງ​ເລື່ອງ​ຍົກລະ​ດັບ​ເງິນ​ເດືອນ​ໃຫ້​ແກ່​ບັນ​ດາ​ກຳ​ມະ​ກ​ອນ​ຂອງ ສປ​ປ. ເກົາຫຼີ ເຮັດ​ວຽກ​ໃຫ້​ແກ່​ບັນ​ດາບໍ​ລະ​ສັດ ສ. ເກົາຫຼີ ຢູ່​ເຂດ​ອຸດ​ສາ​ຫະ​ກຳ​​ປະ​ສົມ Kaesong ຍັງ​ບໍ່​ທັນ​ບັນ​ລຸ​ໝາກ​ຜົນ​ໃນ​ສະ​ພາບ​ການ ມີ​ພຽງ​ອີກ 1 ວັນ​ແມ່ນ​ໝົດ​ກຳ​ນົດ​ເວ​ລາ​ຈ່າຍ​ເງິນ​ເດືອນ​ຂອງເດືອນ 3/2015. ກະ​ຊວງ​ດັ່ງ​ກ່​າວ ໃຫ້​ຮູ້​ວ່າ: 2 ຝ່າຍ​ດຳ​ເນີນ​ກາ​ນ​ເຈ​ລະ​ຈາ​ພາຍຫຼັງ​ຝ່າຍ ສ​ປ​ປ. ເກົາຫຼີ ຮັບ​ຮູ້​ຂໍ້​ສະ​ເໜີ​ຂອງ ຝ່າຍ ສ. ເກົາຫຼີ ໃນ​ວັນ​ທີ 18/4, ແຕ່​ຮອດ​ວັນ​ທີ 19/4 ຍັ​ງບໍ່​ທັນ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງຫຼື​ບາດ​ກ້າວ​ໃດໆ. ນີ້​ແມ່ນ​ການ​ພົບ​ປະ​ຄັ້ງ​ທີ 2 ລະ​ຫວ່າງ 2 ຝ່າຍ​ກ່ຽວ​ກັບ​ບັນ​ຫາ​ດັ່ງ​ກ່າວ, ການ​ພົບ​ປະ​ຄັ້ງ​ທີ 1 ດຳ​ເນີນ​ໄປ​ໃນ​ວັນ​ທີ 7/4 ແລະ ກໍ່​ບໍ່​ບັນ​ລຸ​ໄດ້​ໝາກ​ຜົນ​ແຕ່​ຢ່າງ​ໃດ.

ຂ່າວ/ບົດ​ອື່ນ