ການເຈລະຈາລະຫວ່າງການນຳສອງ ປະເທດຫວຽດນາມ - ກູຍບາ

ການເຈລະຈາລະຫວ່າງການນຳສອງ ປະເທດຫວຽດນາມ - ກູຍບາ - ảnh 1
ທ່ານ​ເລ​ຂາ​ທິການ​ໃຫຍ່​ Nguyen Phu Trong ຢ້ຽມຢາມ​ສ.ກູຍບາ ຢ່າງ​ເປັນ​ທາງ​ການ
( ພາບ: vietnamplus.vn )

( vovworld ) –   ຕອນ​ເຊົ້າ​ວັນ​ທີ 10/4 ຕາມ​ເວລາ​ທ້ອງ​ຖິ່ນ, ພິທີ​ຕ້ອນຮັບ​ທ່ານ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄປ​ຢ້ຽມຢາມ​ສັນຕະວະ​ໄມຕີ​ສ.ກູ​ຍບາ​ຢ່າງ​ເປັນ​ທາງ​ການ ຕາ​ມຄຳ​ເຊື້ອ​ເຊີນ​ຂອງ​ທ່ານ​ເລຂາ​ທີໜື່ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ກູ​ຍບາ, ປະທານ​ສະພາ​ແຫ່ງ​ລັດ, ປະທານ​ສະພາ​ລັດຖະມົນຕີ​ສ.ກູ​ຍບາ Raul Castrol Rujo​ ໄດ້​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດຢູ່ນະຄອນຫຼວງ Lahabana.

    ພາຍຫຼັງ​ພິທີ​ຕ້ອນຮັບ, ສອງ​ຝ່າຍ​ໄດ້​ດຳ​ເນີນ​ການ​​ເຈລະຈາ. ການ​ນຳ​ທັງ​ສອງ​ທ່ານ​ໄດ້​ເຫ​ັນດີ​ຈະ​ເພີ່ມ​ທະວີບັນດາ​ການ​ພົບ​ປະ​ແລກປ່ຽນ​ຂັ້ນ​ສູງ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ​ແລກປ່ຽນ​ບົດຮຽນ​ຄຸມ​ຄອງ​ເສດຖະກິດ ສັງຄົມ ​ແລະ ກໍ່ສ້າງ​ພັກ​ກວ່າ​ອີກ​; ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ການ​ສຶກສາ​ລຸ້ນໜຸ່ມ​ສອງ​ປະ​ເທດ​ກ່ຽວ​ກັບ​ຄວາມ​ສາມັກຄີ ​ແລະ ນ້ຳ​ໃຈ​ອ້າຍ​ນ້ອງ​ຫວຽດນາມ - ກູ​ຍບາ. ສອງ​ຝ່າຍ​ໄດ້​ເປັນ​ເອກະ​ພາບ​ນຳ​ກັນຈະຜັດປ່ຽນ​ກັນ​ເປັນ​ເຈົ້າ​ການຈັດ​ຕັ້ງກອງ​ປະຊຸມ​ສຳ​ມະ​ນາ​ທິດ​ສະ​ດີ​ລວມລະຫວ່າງ​ສອງ​ປະ​ເທດ ກ່ຽວ​ກັບ​ຫົວ​ຂໍ້​ທີ່​ຕາງ​ຝ່າຍ​ຕາງ​ມີ​ຄວາ​ມາ​ສົນ​​ໃຈ ​ແລະ ​ເນັ້ນ​ໜັກ​ວ່າ, ຈະພ້ອມ​ກັນມານະ​ພະຍາຍາມ​ຊຸກຍູ້ ​ແລະ ​ເປີດ​ກວ້າງ​ການ​ຮ່ວມ​ມື​ດ້ານ​ເສ​ດຖະກິດ, ການ​ຄ້າ, ການ​ລົງທຶນ​ໃຫ້​ແທ​ດເໝາະກັບ​ການ​ພົວພັນ​ດ້ານ​ການ​ເມືອງ ​ແລະ ຄວາມ​ສາມາດ​ບົມຊ້ອນອັນໃຫຍ່​ຫຼວງ​ຂອງ​ສອງ​ປະ​ເທດ, ​ເຫັນ​ດີຍູ້​ແຮງ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ​ກຳມະການລະຫວ່າງ​ລັດ​ຖະບານ​ສອງ​ປະ​ເທດ. ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຍູ້​ແຮງ​ການ​ຮ່ວມ​ມື​ກວ່າ​ອີກ​, ​ໃຫ້​ບຸລິມະສິດ​ໃນ​ຂົງ​ເຂດ​ມີ​ທ່າ​ແຮງ​ຄື, ນ້ຳມັນ​ອ້າຍ​ແກ​ັດ, ພື້ນຖານ​ໂຄງ​ລ່າງ​ການທ່ອງທ່ຽວ, ກະສິກຳ, ສາ​ທາ​ລະນະ​ສຸກ, ການສຶກສາ, ​ໂທລະ​ຄົມມະນາຄົມ, ການ​ບໍລິການ ….

        ສິ້ນ​ສຸດ​ການ​ເຈລະຈາ, ທ່ານ​ປະທານ Raul Castrol ​ໄດ້​ປະດັບຫຼຽນ​ໄຊ Jose Marti, ​ເຊິ່ງ​ແມ່ນຫຼຽນ​ໄຊ​ອັນ​ສູງ​ສົ່ງ​ຂອງ​ພັກ, ລັດ ​ແລະ ປະຊາຊົນ​ກູ​ຍບາ ​ໃຫ້​ທ່ານ​ເລຂາທິຫານ​ໃຫຍ່ Nguyen Phu Trong. ​ເນື່ອງ​ໃນ​ໂອກາດ​ນີ້, ​ທ່ານ​ເລຂາທິຫານ​ໃຫຍ່ Nguyen Phu Trong ​ໄດ້​ແຈງ​ໃຫ້​ຊາບ​ວ່າ, ພັກ, ລັດ ​ແລະ ປະຊາຊົນຫວຽດນາມ ​ໄດ້​ມອບ​ໃຫ້​ປະຊາຊົນ​ກູ​ຍບາ ອ້າ​ຍນ້ອງ​ເຂົ້າສານ 5000 ໂຕນ, ສະ​ແດງ​​ໃຫ້​ເຫັນຈິດ​ໃຈ​ສາມັກຄີ ​ແລະ ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ