ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ ອາເມລິກາ - ຈີນ ໄດ້ດຳເນີນຢ່າງຕັ້ງໜ້າ

(VOVWORLD) - ໃນຂະນະນັ້ນ, ບັນດາເຈົ້າໜ້າທີ່ຄົນອື່ນໆຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ເປີດເຜີຍວ່າ ລັດຖະມົນຕີການຕ່າງປະເທດສອງທ່ານ ລ້ວນແຕ່ສະແດງຄວາມປາດຖະໜາຢາກໃຫ້ມີຄວາມສະຖຽນລະພາບໃນການພົວພັນລະຫວ່າງສອງປະເທດມະຫາອຳນາດ
ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ ອາເມລິກາ - ຈີນ ໄດ້ດຳເນີນຢ່າງຕັ້ງໜ້າ - ảnh 1ການເຈລະຈາລະຫວ່າງລັດຖະມົນຕີການຕ່າງປະເທດ ອາເມລິກາ ແລະ ຈີນ
(ພາບ:AFP/TTXVN)

ວັນທີ 18 ມິຖຸນາ, ກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ: ທ່ານລັດຖະມົນຕີ ການຕ່າງປະເທດ Antony Blinken ໄດ້ມີການເຈລະຈາ “ກົງໄປກົງມາ, ແທດຈິງ ແລະ ມີລັກສະນະສ້າງສັນ” ກັບຄູ່ຕຳແໜ່ງ ຈີນ ສິນກາງ ຢູ່ນະຄອນຫຼວງ ປັກກິ່ງ, ປະເທດ ຈີນ.

        ໃນຂະນະນັ້ນ, ບັນດາເຈົ້າໜ້າທີ່ຄົນອື່ນໆຂອງກະຊວງການຕ່າງປະເທດ ອາເມລິກາ ໄດ້ເປີດເຜີຍວ່າ ລັດຖະມົນຕີການຕ່າງປະເທດສອງທ່ານ ລ້ວນແຕ່ສະແດງຄວາມປາດຖະໜາຢາກໃຫ້ມີຄວາມສະຖຽນລະພາບໃນການພົວພັນລະຫວ່າງສອງປະເທດມະຫາອຳນາດ, ກໍ່ຄືສະກັດກັ້ນຄວາມສ່ຽງແກ່ງແຍ້ງ ທີ່ພາໄປເຖິງການປະທະກັນ. ທ່ານລັດຖະມົນຕີການຕ່າງປະເທດ Antony Blinken ຢັ້ງຢືນວ່າ: ອາເມລິກາ ບໍ່ຢາກຕັດແຍກອອກຈາກ ຈີນ ແລະ ໄດ້ມີຂໍ້ຕົກລົງເພື່ອໃຫ້ສອງຝ່າຍສືບຕໍ່ເຈລະຈາເພື່ອແນໃສ່ບັນລຸໄດ້ຄວາມກ້າວໜ້າໃນບາງບັນຫາ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ສິນກາງ ໄດ້ເຮັດແຈ້ງຄວາມວິຕົກວັງວົນຂອງ ຈີນ ຕໍ່ບັນດາຜົນປະໂຫຍດຕົ້ນຕໍຂອງປະເທດນີ້, ໃນນັ້ນມີບັນຫາ ໄຕ້ຫວັນ, ພ້ອມທັງຖືວ່າ ນີ້ແມ່ນ “ຄວາມສ່ຽງພົ້ນເດັ່ນທີ່ສຸດ” ໃນການພົວພັນລະຫວ່າງ ຈີນ - ອາເມລິກາ. ສອງຝ່າຍກໍ່ເຫັນດີເປັນເອກະພາບປຶກສາຫາລືກ່ຽວກັບການເພີ່ມທະວີບັນດາຖ້ຽວບິນການຄ້າໄປ - ມາ ຫາສູ່ກັນ ກໍ່ຄືແລກປ່ຽນນັກສຶກສາ ແລະ ນັກທຸລະກິດ.

        ວົງການຜູ້ສັງເກດການມີຄວາມຄາດຫວັງວ່າ ການຢ້ຽມຢາມ ຈີນ ຂອງທ່ານລັດຖະມົນຕີ ການຕ່າງປະເທດ Blinken ຈະເປີດຊ່ອງທາງໃຫ້ແກ່ບັນດາການພົບປະສອງຝ່າຍອື່ນໆໃນຊຸມເດືອນຈະມາເຖິງ, ລວມມີຄວາມອາດສາມາດທີ່ທ່ານນາງລັດຖະມົນຕີກະຊວງການເງິນ Janet Yellen ແລະ ທ່ານນາງ ລັດຖະມົນຕີກະຊວງການຄ້າອາເມລິກາ Gina Raimondo ຈະໄປຢ້ຽມຢາມ ຈີນ. ການຢ້ຽມຢາມນີ້ກໍ່ໄດ້ຮັບຖືວ່າ ອາດຈະແມ່ນປະຖົມປັດໄຈ ໃຫ້ແກ່ການພົບປະລະຫວ່າງທ່ານປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden ຢູ່ບັນດາກອງປະຊຸມສຸດຍອດຫຼາຍຝ່າຍ ໃນທ້າຍປີ 2023 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ