ການເຈລະຈາລະຫວ່າງວິສາຫະກິດ ຫວຽດນາມ - ສິງກະໂປ

(VOVWORLD) -ຍາມໃດ ຫວຽດນາມ ກໍ່ໄດ້ສ້າງທຸກເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຂອງ 2 ປະເທດບັນລຸຜົນສຳເລັດ ດ້ວຍເລື່ອງສືບຕໍ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ
ການເຈລະຈາລະຫວ່າງວິສາຫະກິດ ຫວຽດນາມ - ສິງກະໂປ - ảnh 1ການເຈລະຈາລະຫວ່າງວິສາຫະກິດ ຫວຽດນາມ - ສິງກະໂປ
(ພາບ: TTXVN)

ກ່າວຄຳເຫັນທີ່ການເຈລະຈາລະຫວ່າງວິສາຫະກິດ ຫວຽດນາມ - ສິງກະໂປ ເຊິ່ງດຳເນີນໃນວັນທີ 25 ກຸມພາ, ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຢູ່ປະເທດ ສິງກະໂປ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຍາມໃດ ຫວຽດນາມ ກໍ່ໄດ້ສ້າງທຸກເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຂອງ 2 ປະເທດບັນລຸຜົນສຳເລັດ ດ້ວຍເລື່ອງສືບຕໍ່ປົວແປງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ; ເພີ່ມທະວີລັກສະນະໂປ່ງໄສ, ກະຈ່າງແຈ້ງ ທ່ານ ຫງວຽນຊັວນຟຸກ ກ່າວວ່າ:

“ຫວຽດນາມ ຫັນຈາກການດຶງດູດພຽງແຕ່ເງິນລົງທຶນຈາກຕ່າງປະເທດ (FDI) ໄປສູ່ການຮ່ວມມືກັບບັນດານັກລົງທຶນຕ່າງປະເທດ ບົນເນື້ອໃນຈິດໃຈສະເໝີພາບ, ພ້ອມກັບພັດທະນາ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ພ້ອມກັນມີຄວາມຮັບຜິດຊອບຕໍ່ສັງຄົມ ແລະ ຜູ້ອອກແຮງງານ, ປົກປັກຮັກສາສິ່ງແວດລ້ອມ ແລະ ການພັດທະນາແບບຍືນຍົງ. ບົນພື້ນຖານນັ້ນ, ຫວຽດນາມ ໃຫ້ບຸລິມະສິດຮ່ວມມືກັບບັນດາໂຄງການມີເງິນລົງທຶນຈາກຕ່າງປະເທດທີ່ນຳໃຊ້ເຕັກໂນໂລຊີສູງ, ປ່ຽນແປງໃໝ່ປະດິດຄິດສ້າງ, ພັດທະນາແບບຍືນຍົງຂອງ ຫວຽດນາມ.”

ທີ່ການເຈລະຈາ, ບັນດາວິສາຫະກິດຂອງ 2 ປະເທດໄດ້ແລກປ່ຽນເອກະສານຮ່ວມມືທີ່ມີເງິນລົງທຶນຂຶ້ນເຖິງ 11 ຕື້ USD.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕ້ອນຮັບການນຳວິສາຫະກິດແຖວໜ້າຂອງ ສິງກະໂປ, ໃນນັ້ນມີ: ກຸ່ມບໍລິສັດ Grap, ກຸ່ມບໍລິສັດ YCH - ເຊິ່ງແມ່ນວິສາຫະກິດທີ່ລົງທຶນຢູ່ ຫວຽດນາມ ມາແຕ່ປີ 2009 ແລະ ການນຳ FWD - ກຸ່ມບໍລິສັດປະກັນໄພ, ລົງທຶນແຖວໜ້າຢູ່ພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ