ການເຈລະຈາລະຫວ່າງສອງຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ-ລາວ

ການເຈລະຈາລະຫວ່າງສອງຄະນະພະນັກງານການເມືອງຂັ້ນສູງກອງທັບປະຊາຊົນຫວຽດນາມ-ລາວ - ảnh 1
ພາບປະກອບ

 (vovworld)-​ ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ຕອນ​​ບ່າຍວັນ​ທີ 12/8, ຢູ່​​ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 5 ​​ໄດ້​ດຳ​ເນີນ​ການເຈ​ລະ​ຈາລະ​ຫວ່າງ ຄະ​ນ​ະ​ພະ​ນັກ​ງານ​ການ​ເມືອງ​ຂັ້ນ​ສູງກອງ​ທັບ​ປະ​ຊາ​ຊົນ​ ຫວຽດ​ນາມ ໂດຍ ທ່ານພົນ​ໂທ ໂງ​ຊວນ​ລີ້ກ, ຫົວ​ໜ້າກົມ​ໃຫຍ່​ການ​ເມືອງກ​ອງ​ທັບ​ປະ​​ຊາ​​ຊົນ ​ຫວຽດ​ນາມ ເປັນ​ຫົວ​ໜ້າ​ຄະ​ນະ ແລະ ຄະ​ນະ​ພະ​ນັກ​ງານ​ການ​ເມືອງ​ຂັ້ນ​ສູງກອງ​ທັບ​ປະ​ຊາ​ຊົນ ລາວ ໂດຍທ່ານພົນ​ຕີ ວິ​ໄລ​ຫລ້າ​ຄຳ​ພົງ, ​ຜູ້​ຮັກ​ສາ​ການຫົວ​ໜ້າ​ກົມ​ໃຫຍ່​ການ​ເມືອງກອງ​ທັບ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ເປັນ​ຫົວ​ໜ້າ​ຄະ​ນະ. ທີ່​ການ​ເຈ​ລະ​ຈາ, ສອງຝ່າຍ​ຕົກ​ລົງ​ສືບ​ຕໍ່​ຊຸກ​ຍູ້​ເຄື່ອນ​ໄຫວ​ການ​ສຶກ​ສາ, ໂຄ​ສະ​ນາ, ຍົກ​ສູງ​ຄວາມ​ຮັບ​ຮູ້​ ກ່ຽວ​ກັບ​ຄວາມ​ໝາຍ, ຄວາ​ມສຳຄັນ ຂອງ​ການ​ເພີ່ມ​ທະ​ວີ​​ສາຍພົວ​ພັນ​ແບບພິ​ເສດ ລະ​ຫວ່າງ ສອງ​ປະ​ເທດ, ສອງກອງ​ທັບ ຫວຽດ​ນາມ-ລາວ​ໃນ​ສະ​ພາບ​ການ​ໃໝ່; ສົມ​ທົບ​ກັນຈັດ​ຕັ້ງ​ບັນ​ດາ​ການເຄື່ອນ​ໄຫວ​ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 37 ປີ ແຫ່ງວັນ​ລົງ​ນາມ​​ໃນສົນ​ທິ​ສັນ​ຍາ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື ຫວຽດ​ນາມ-ລາວ, 69 ປີ ແຫ່ງວັນ​ຊາດ ​ຫວຽດ​ນາມ, 39 ປີ ແຫ່ງວັນ​​ຊາດ ລາວ, 70 ປີ ແຫ່ງວັນ​ສ້າງ​ຕັ້ງ​ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ​ໃຫ້ເປັນ​ຢ່າງ​ດີ. ສອງ​ຝ່າຍສືບ​ຕໍ່​ຜັນ​ຂະ​ຫຍາຍ​ວຽກ​ງານ​ບູ​ລະ​ນະ, ຍົກ​ລະ​ດັບ​​ອະ​ນຸ​ສາ​ວະ​ລີນັກ​ຮົບ​ ຫວຽດ​ນາມ ແລະ ລາວ ທີ່​ໄດ້ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ; ຜັນ​ຂະ​ຫຍາຍ​ວຽກ​ງານ​ທ້ອນ​ໂຮມ​ອັດ​ຖິນັກ​ຮົບ​​ອາ​ສາ​ສະ​ໝັກ​ ຫວຽດ​ນາມ ທີ່​ໄດ້ເສຍ​ສະຫຼະ​ຊີ​ວິດ​ຢູ່​ ລາວ, ໃຫ້ຖືກ​ຕ້ອງ​ຕາມ​ແຜນ​ການ.

 

ຂ່າວ/ບົດ​ອື່ນ