ການເຈລະຈາລະຫວ່າງສອງນາຍົກລັດຖະມົນຕີຫວຽດນາມ ແລະ ໂອຕຣິດ

(VOVWORLD) -ພາຍຫຼັງພິທີຕ້ອນຮັບຢ່າງສົມກຽດໃນວັນທີ 15 ຕຸລາ ຢູ່ນະຄອນວຽນປະເທດ ໂອຕຣິດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ໂອຕຣິດ Sebastian Kurz ໄດ້ນຳໜ້າ 2 ຄະນະ ດຳເນີນການເຈລະຈາ
      ການເຈລະຈາລະຫວ່າງສອງນາຍົກລັດຖະມົນຕີຫວຽດນາມ ແລະ ໂອຕຣິດ - ảnh 1ພິທີຕ້ອນຮັບທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຢ່າງສົມກຽດ 

ທ່ານນາຍົກລັດຖະມົນຕີທັງສອງໄດ້ແລກປ່ຽນບັນດາມາດຕະການ ແນໃສ່ຊຸກຍູ້ການພົວພັນ 2 ຝ່າຍໃນທຸກຂົງເຂດ. ທ່ານນາຍົກລັດຖະມົນຕີທັງສອງໄດ້ເຫັນດີເພີ່ມທະວີການແລກປ່ຽນບັນດາຄະນະຜູ້ແທນຂັ້ນຕ່າງໆ, ຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ພວມມີຢູ່ແລ້ວ. 2 ຝ່າຍສະແດງຄວາມພາກພູມໃຈເມື່ອຫວຽດນາມເປັນຄູ່ຮ່ວມການຄ້າໃຫຍ່ທີ່ສຸດຂອງ ໂອຕຣິດ ຢູ່ອາຊີຕາເວັນອອກສ່ຽງໃຕ້, ໂອຕຣິດ ນອນໃນ 10 ຕະຫຼາດໃຫຍ່ທີ່ສຸດຂອງຫວຽດນາມຢູ່ EU. ທ່ານນາຍົກລັດຖະມົນຕີທັງສອງເຫັນດິສົ່ງເສີມວິສາຫະກິດ 2 ປະເທດເພີ່ມທະວີການເຊື່ອມຕໍ່ການລົງທຶນ, ຮ່ວມມືໃນບັນດາຂົງເຂດທີ່ຈຳເປັນໃຫ້ແກ່ການພັດທະນາຂອງຫວຽດນາມຄື: ໂຄງລ່າງຄົມມະນາຄົມ, ພັດທະນາພະລັງງານສະອາດ, ບຳລຸງສ້າງວິຊາຊີບ, ການທ່ອງທ່ຽວ, ສາທາລະນະສຸກ…

   ທ່ານນາຍົກລັດຖະມົນຕີ ໂອຕຣິດ Sebastian Kurz ເນັ້ນໜັກວ່າ ການຢ້ຽມຢາມ ໂອຕຣິດຂອງ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກຄັ້ງນີ້ ແມ່ນຫຼັກໝາຍໜຶ່ງໃນສາຍພົວພັນ 2 ປະເທດ, ຫວັງວ່າ ສາຍພົວພັນລະຫວ່າງ 2 ປະເທດມີບັນດາບາດກ້າວພັດທະນາຢ່າງແຂງແຮງ ແລະ ຮອບດ້ານໃນໄລຍະທີ່ຈະມາເຖິງ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ສະເໜີທາງຝ່າຍ ໂອຕຣິດ ຈົ່ງສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ແກ່ຊາວຫວຽດນາມອາໄສຢູ່ ໂອຕຣິດ ໄດ້ເຊື່ອມຕົວ ແລະ ສ້າງການດຳລົງຊີວິດເປັນປົກກະຕິ. ກ່ຽວກັບບັນຫາ ທະເລຕາເວັນອອກ, 2 ຝ່າຍຖືວ່າ ຄວນຮັບປະກັນຄວາມໝັ້ນຄົງ, ປອດໄພ ແລະ ເສລີພາບໃນການເດີນທະເລ, ການບິນຢູ່ທະເລຕາເວັນອອກ. ບັນດາຝ່າຍທີ່ກ່ຽວຂ້ອງຄວນເຄົາລົບຫຼັກການລະງັບໃຈເອງ, ແກ້ໄຂການຂັດແຍ້ງດ້ວຍມາດຕະການໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ພາຍຫຼັງການເຈລະລາ, ທ່ານນາຍົກລັດຖະມົນຕີທັງສອງໄດ້ເປັນສັກຂີພິຍານພິທີລົງນາມໃນສັນຍາອຸປະຖຳໃຫ້ແກ່ໂຄງການ “ຍົກລະດັບພາຫະນະເຄື່ອງຈັກສາທາລະນະສຸກໃຫ້ແກ່ສູນປິ່ນປົວໂລກກ້ອນເບົ້າ-ມະເຮັງ ເຈິໄຣ້-ໂຮງໝໍເຈິໄຣ້” ລວມມູນຄ່າ 25 ລ້ານເອີໂຣ, ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືທາງດ້ານວິທະຍາສາດເຕັກໂນໂລຊີ, ບົດບັນທຶກຄວາມເຂົ້າໃຈກ່ຽວກັບການຮ່ວມມືທາງດ້ານການຄ້າເອເລັກໂຕນິກ ແລະ ອຸດສາຫະກຳ 4.0.

ຕອບກັບ

ຂ່າວ/ບົດ​ອື່ນ