ການເຈລະຈາລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ມີໄພຖືກຍົກເລີກ

ການເຈລະຈາລະຫວ່າງສ.ເກົາຫຼີ ແລະ ສປປ.ເກົາຫຼີ ມີໄພຖືກຍົກເລີກ - ảnh 1
ປູມ​ເປົ້າ​​ທີ່​ບັນຈຸໃບ​ປິວ
(ພາບ: Reuters)


(vovworld) – ວັນ​ທີ 27/10, ກະຊວງ​​ໂຮມ​ປະ​ເທດ​ເປັນເອກະ​ພາບ​ສ.​ເກົາຫຼີ  ​ໃຫ້​ຮູ້​ວ່າ, ຄະນະ​ກຳມະການ​ປ້ອງ​ກັນ​ຄວາ​ມສະຫງົບ​ສປປ.​ເກົາຫຼີ ​ໄດ້​ສົ່ງ​ໂທລະ​ເລກ​ໃຫ້​ຝ່າຍ ສ.​ເກົາຫຼີ ​ແຈ້ງ​ໃຫ້​ຊາບ​ວ່າ, ​ເຂົ້າ​ເຈົ້າ​ຕ້ອງ​ພິຈາລະນາ​ຄືນ​ກ່ຽວ​ກັບ​ເລື່ອງ​ເຂົ້າ​ຮ່ວມ​ການ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ, ຄາດ​ວ່າ​, ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 30/10 ຈະ​ມາ​ເຖິງ ຍ້ອນ​ຝ່າ​ຍສ.​ເກົາ​ຫຼີ ປະຕິ​ເສດການ​ຫ້າມ​ບັນ​ດາ​ນັກ​ເຄື່ອນ​ໄຫວ​ແຈກ​ຢາ​ຍ​ໃບ​ປິວ​ຕ້ານ​ພຽງຢາງ. ​ໃນ​ໂທລະ​ເລກ ວັນ​ທີ 26/10, ຝ່າຍ​ສປປ.​ເກົາ​ຫຼີ ​ໄດ້​ຮັບ​ຮູ້​ວ່າ ມີ​ບາງ​ອົງການ​ສັງຄົມ​ພົນລະ​ເມືອງ​ຂອງ​ສ.​ເກົາ​ຫຼີ ຄາດ​ວ່າ​ຈະ​ແຂກ​ຢາ​ຍ​ໃບ​ປິວ​ໃນ​ວັນ​ທີ 25/10 ​ໄດ້ຖືກ​ກີດຂວາງ​ແລ້ວ, ​ແຕ່​ຍັງ​ກ່າວ​ຫາອຳນາດ​ການ​ປົກຄອງ​ສ.​ເກົາຫຼີ ບໍ່​​ກີດ​ກວາງ​ເຂົ້າ​ເຈົ້າ​ເຕົ້າ​ໂຮມ​ກັນຢູ່​ສະຖານ​ທີ່​ແຫ່ງ​ອື່ນ ​ແລະ ປ່ອຍປູມ​ເປົ້າ​​ທີ່​ບັນຈຸໃບ​ປິວ. ວັນ​ທີ 27/10, ​ກະຊວງ​​ໂຮມ​ປະ​ເທດ​ເປັນເອກະ​ພາບ​ສ.​ເກົາຫຼີ, ​ໃຫ້​ຮູ້​ວ່າ, ​ເຂົ້າ​ເຈົ້າ​ຍັງຄົງ​ຮັກສາ​ຄຳ​ໝັ້ນ​ສັນຍາ​ຈະ​ເຊື່ອມ​ຕໍ່​ການ​ເຈລະຈາ​ຕາມ​ການ​ຄາດ​ຄະ​ເນ, ພ້ອມ​ທັງ​ກະຕຸກ​ຊຸກຍູ້​ສປປ.​ເກົາ​ຫຼີ ບໍ່​ອ້າງ​ອີງບັນຫາ​ດັ່ງກ່າວ​ເພື່ອ​ເປັນ​ເງື່ອນ​ໄຂຍຸບ​ເລີກ​ການ​ເຈລະຈາ​ຂັ້ນ​ສູງ​ລະຫວ່າງ​ສປປ.​ເກົາຫຼີ ​ແລະ ສ.​ເກົາຫຼີ.

ຂ່າວ/ບົດ​ອື່ນ