ການເຈລະຈາລະຫວ່າງອັງກິດແລະ ອີຢູກ່ຽວກັບບັນຫາ Brexit ຈະບໍ່ອາດດຳເນີນໄດ້ກ່ອນເດືອນ 6

ການເຈລະຈາລະຫວ່າງອັງກິດແລະ ອີຢູກ່ຽວກັບບັນຫາ Brexit ຈະບໍ່ອາດດຳເນີນໄດ້ກ່ອນເດືອນ 6 - ảnh 1
ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May
(ພາບ: EPA/TTXVN)

(vovworld) - ​​​​​ ​​ ​​ ​​​ວັນ​ທີ 15/3, ບັນ​ດາການ​ເຈ​ລະ​ຈາ​ລະ​ຫວ່າງ ອັງ​ກິດ ແລະ ສະ​ຫະ​ພາບ ເອີ​ລົບ (ອີ​ຢູ) ກ່ຽວ​ກັບ​ເລື່ອງ ອັງ​ກິດ ຖອນ​ອອກ​ຈາກ “ຊາຍ​ຄາ​ລວມ” ເອີ​ລົບ, ຫຼື​ຍັງ​ເອີ້ນ​ວ່າ Brexit ໂດຍໃຫ້​ຮູ້​ວ່າ​: ກາ​ນ​ເຈ​ລະ​ຈາຈະ​ບໍ່​ອາດ​ດຳ​ເນີນ​ໄດ້​ກ່ອນ​ເດືອນ 6 ຍ້ອນ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ Theresa May ຄາດ​ຄະ​ເນ​ຈະປະ​ຕິ​ບັດ​ຕາມ​ມາດ​ຕາ 50 ຂອງ​​ສົນ​ທິສັນ​ຍາ Lisbon ໃນ​​ອາ​ທິດສຸດ​ທ້າຍ​ຂອງ​ເດືອນ 3. ຕາມ​ວິ​ວັດ​ທະ​ນາ​ການ Brexit ແລ້ວ, ພາຍຫຼັງ​​ປະ​ຕິ​ບັດ​ຕາມ​ມາດ​ຕາ 50 ຂອງ​ສົນ​ທິສັນ​ຍາ Lisbon, ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ຈະ​ຝາກ​ຈົດ​ໝາຍ​ປະ​ກາດ Brexit ເຖິງ​ປະ​ທານ​ສະ​ພາ ເອີ​ລົບ. ຫຼັງ​ຈາກນັ້ນ, ສະ​ພາ ເອີ​ລົບ​ຈະ​ໂຮມ​ປະ​ຊຸມ​ເພື່ອ​ເປັນ​ເອ​ກະ​ພາບຫຼັກ​ການ​ເຈ​ລະ​ຈາ Brexit ກ່ອ​ນ​ທີ່​ຈະ​ເຈ​ລະ​ຈາ​ຢ່າງ​ເປັນ​ທາງ​ການ. ໃນ​ເບື້ອງ​ຕົ້ນ, ສະ​ພາ​ເອີ​ລົບ ຄາດ​ວ່າ​ຈະ​ໂຮມ​ປະ​ຊຸມ​ໃນ​ເດືອນ 4, ແຕ່​​ເນື່ອງ​ຈາກວ່າ ອັງ​ກິດ ປະ​ກາດ Brexit ໃນ​ທ້າຍ​ເດືອນ 3, ກອງ​ປະ​ຊຸມ​ຂອງ​ສະ​ພາ​ເອີ​ລົບ ຈະ​ຖືກ​ໂຈະ​ໄວ້​ຮອ​ດ​ເດືອນ 5.

        ເລື່ອງ​ໂຈະ​ວິ​ວັດ​ທະ​ນາ​ການເຈ​ລະ​ຈາອັງ​ກິດ - ອີ​ຢູ​ ກ່ຽວ​ກັບ​ບັນ​ຫາ Brexit ຈະ​ເຮັດ​ໃຫ້​ໄລ​ຍະ​ເວ​ລາ​​ການເຈ​ລະ​ຈາ​ແກ່​ຍາ​ວ​ເປັນ​ເວ​ລາ 2 ປີ​ເພື່ອ​ໃຫ້ ອັງ​ກິດ ຊອກ​ຫາ​ຂໍ້​ຕົກ​ລົງ​​ດ້ານການ​ຄ້າ​ກັບ ອີ​ຢູ ຖືກ​​ສັ້ນ​ເຂົ້າ, ອາດ​ຈະ​ເຮັດ​ໃຫ້ ອັງ​ກິດ ແລະ ອີ​ຢູ ດຳ​ເນີນ​ການ​ແລກ​ປ່ຽນ​ການ​ຄ້າ​ໂດຍ​ອີງ​ໃສ່​ບັນ​ດາ​ຂໍ້​ຕົກ​ລົງ​ຂອງ​ອົງ​ການ​ການ​ຄ້າ​ໂລກ, ຕາມນັ້ນ​ແລ້ວ, ຈັດ​ວາງ​ພາ​ສີ​ສຳ​ລັບ​ທ​ຸກໆ​ປະ​ເພດ​ສິນ​ຄ້າ​ເຊິ່ງ ອັງ​ກິດ ນຳ​ເຂົ້າ​ຈາກ​ບັນ​ດາ​ປະ​ເທດ ອີ​ຢູ.


ຂ່າວ/ບົດ​ອື່ນ