ການ​ເຈ​ລະ​ຈາລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ດ້ານ​ປ​້ອງ​ກັນ​ຊາດ​ຢູ່​ເວ​ທີ​ປາ​ໄສ ​ພາກ​ພື້ນ​ອາ​ຊຽ​ນ (ARF DOD) ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ

(VOVWORLD) -ການເຈລະຈາລະຫວ່າງເຈົ້າໜ້າທີ່ດ້ານປ້ອງກັນຊາດຢູ່ເວທີປາໄສພາກພື້ນອາຊຽນ (ARF DOD) ໂດຍຄະນະຜູ້ແທນຫວຽດນາມ ແລະ ອາເມລິກາ ເປັນປະທານຮ່ວມ, ໄດ້ດຳເນີນໃນຕອນເຊົ້າວັນທີ 1 ກໍລະກົດຢູ່ຮ່າໂນ້ຍ. 

ການ​ເຈ​ລະ​ຈາລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ດ້ານ​ປ​້ອງ​ກັນ​ຊາດ​ຢູ່​ເວ​ທີ​ປາ​ໄສ ​ພາກ​ພື້ນ​ອາ​ຊຽ​ນ (ARF DOD) ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ - ảnh 1ການເຈລະຈາລະຫວ່າງເຈົ້າໜ້າທີ່ດ້ານປ້ອງກັນຊາດຢູ່ເວທີປາໄສພາກພື້ນອາຊຽນ (ARF DOD)

(ກະຊວງປ້ອວກັນປະເທດຫວຽດນາມ)

ການເຈລະຈາເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດໃນການປ້ອງກັນ, ສະກັດກັ້ນໂລກລະບາດໃນຂອບເຂດເວທີປາໄສໃນພາກພື້ນ  ARF ກໍ່ຄືກະກຽມໃຫ້ແກ່ກອງປະຊຸມນະໂຍບາຍຄວາມໝັ້ນຄົງ ເວທີປາໄສພາກພື້ນອາຊຽນຄັ້ງທີ 17 (ASPC 17) ຊຶ່ງຄາດວ່າຈະຈັດຂຶ້ນໃນວັນທີ 8 ກໍລະກົດ

ທ່ານພົນໂທ ຫງວຽນຈີ໊ວິງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມໄດ້ເຂົ້າຮ່ວມການເຈລະຈາ ແລະ ໃຫ້ຮູ້ວ່າ:

ARF ແມ່ນກົນໄກ່ຮ່ວມມືໂດຍຊ່ອງທາງການທູດຮັບຜິດຊອບ, ໃນນັ້ນການຮ່ວມມືດ້ານປ້ອງກັນຊາດ, ຄວາມໝັ້ນຄົງສວມບົດບາດສຳຄັນເພື່ອຜັນຂະຫຍາຍບັນດາມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ການທູດປ້ອງກັນເຫດ, ສະກັດກັ້ນ. ປີ 2020ດ້ວຍບົດບາດເປັນປະທານອາຊຽນ ແລະ ດ້ວຍການຕີລາຄາສູງທີ່ສຸດກົນໄກຮ່ວມມື ARF, ກະຊວງປ້ອງກັນປະເທດຫວຽດນາມຈະມານະພະຍາຍາມຊຸກຍູ້ປະສິດທິຜົນ ແລະ ເພີ່ມທະວີຊ່ອງທາງຮ່ວມມືທີ່ສຳຄັນທີ່ສຸດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ