ການເຈລະຈາວິສາຫະກິດຫວຽດນາມ - ລາວ

ການເຈລະຈາວິສາຫະກິດຫວຽດນາມ - ລາວ - ảnh 1
ກອງ​ປະຊຸມ​ເຈລະຈາ​ລະຫວ່າງ​ວິ​ສາ​ຫະກິດ​ຫວຽດນາມ - ລາວ
(ພາບ: chinhphu.vn)


(vovworld) -     ​ໃນ​ຂອບ​ເຂດ​ສະ​ໄໝ​ປະຊຸມ​ຄັ້ງ​ທີ 35 ຂອງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ, ວັດທະນະທຳ, ການ​ສຶກສາ ​ແລະ ວິທະຍາສາດ​ເຕັກນິກ ​ລະຫວ່າງ​ຫວຽດນາມ - ລາວ, ຕອນ​ເຊົ້າ​ວັນ​ທີ 19/12, ຢູ່​ທີ່​ແຂວງ ວິງຟຸ໋ກ, ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນຊວງ​ຟຸກ ​ແລະ ທ່ານ​ຮອງນາ​ຍົກ​ລັດຖະມົນຕີ​ລາວ ສົມ​ສະຫວາດ ​ເລັ່ງສະຫວັດ ​ເປັນ​ປະທານ​ກອງ​ປະຊຸມ​ເຈລະຈາ​ລະຫວ່າງ​ວິ​ສາ​ຫະກິດ​ຫວຽດນາມ - ລາວ. ນະ​ທີ່​ນີ້, ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ​ແລະ ທ່ານ​ຮອງນາ​ຍົກ​ລັດຖະມົນຕີ​ລາວ ສົມ​ສະຫວາດ ​ເລັ່ງສະຫວັດໄດ້​ສະ​ເໜີ​ໃຫ້​ບັນດາ​ວິ​ສາ​ຫະກິດ​ປະຕິບັດ​ບັນດາ​ຂໍ້​ຕົກລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ 2 ລັດຖະບານຢ່າງ​ຂັ້ນ​ງວດ. ມີ​ກົນ​ໄກ​​ແລກປ່ຽນຂໍ້ມູນ​ຂ່າວສານ​ເປັນ​ປະຈຳ, ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້ງຍາກ​ທີ່​ເກີດ​ຄືນ​ໃໝ່ຢ່າງ​ທັນ​ການ, ບັນດາ​ນັກ​ລົງທຶນ, ວິ​ສາ​ຫະກິດ​ສຸມ​ທຸກ​ແຫຼ່ງກຳລັງ​ເພື່ອ​ຮັບປະກັນ​ລະດັບ​ຄວາມ​ຄືບ​ໜ້າຂອງ​​ການ​ລົງທຶນ, ​ໂດຍ​ສະ​ເພາະ​ແມ່ນ​ບັນດາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳ​ຕົກ, ຢາງພາລາ, ທາດ​ເຄມີ. ກ່າວ​ຄຳ​ເຫັນ​ທີ່​ການ​ເຈລະຈາ, ທ່ານ​ຮອງ​ນາຍົກລັດຖະມົນຕີລາວ ສົມ​ສະຫວາດ ​ເລັ່ງສະຫວັດ ຊີ້​ແຈ້ງວ່າ.

“ຂ້າພະ​ເຈົ້າ​ປາດ​ຖະໜາ​ວ່າ​ສອງ​ຝ່າຍ​ພ້ອມ​ກັນ​ຄົ້ນຄວ້າ ບົນ​ຈິດ​ໃຈ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ, ມີ​ວິ​ໄສ​ທັດ​ໃໝ່ ​ເພາະ ລາວ ​ແລະ ຫວຽດນາມ ລ້ວນ​ແຕ່​ແມ່ນ​ສະມາຊິກ​ຂອງ​ອົງການ WTO, ສະມາຊິກ​ຂອງ ອາ​ຊຽນ, ຍົກ​ສູງ​ກຳລັງ​​ແຮງພາຍ​ໃນ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ສອງ​ປະ​ເທດ​ພັດທະນາ​ໃນ​ເງື່ອນ​ໄຂ​ໃໝ່. ​ເຮັດ​ແນວ​ໃດ​ເພື່ອ​ການ​ເຄື່ອນ​ໄຫວ​ລົງທຶນ, ການ​ຄ້າ​ນັບ​ມື້​ນັບ​ມີ​ປະສິດ​ທິຜົນ. ປີ 2012 ນີ້ ​ເຊິ່ງ​ແມ່ນ​ປີ​ສາມັກຄີ​ມິດຕະພາບ​ພິ​ເສດ, ຫວັງ​ວ່າ ການ​ຮ່ວມ​ມື​ເສດຖະກິດ​ຈະ​ສົມ​ກັບ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ເມືອງ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ ກັນ ​ລະຫວ່າງ​ສອງ​ປະ​ເທດ”.

ຂ່າວ/ບົດ​ອື່ນ