ການເຈລະຈາສັນຍາເຂດສາມຫຼ່ຽມພັດທະນາລາວ-ຫວຽດນາມ-ກຳປູເຈຍ

ການເຈລະຈາສັນຍາເຂດສາມຫຼ່ຽມພັດທະນາລາວ-ຫວຽດນາມ-ກຳປູເຈຍ - ảnh 1
(ພາບປະກອບ)

(vovworld) – ກອງ​ປະຊຸມ​ເຈລະຈາ​ຄັ້ງ​ທີ 3 ສັນຍາ​ກ່ຽວ​ກັບ​ການ​ສົ່ງ​ເສີມ ​ແລະ ສ້າງ​ຄວາມ​ສະດວກ​ໃຫ້​ການ​ຄ້າ​ໃນ​ເຂດ​ສາມຫຼ່ຽມ​ພັດທະນາ ລາວ - ຫວຽດນາມ - ກຳປູ​ເຈຍ (CLV) ຖືກຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 23 – 24/9 ຢູ່​ແຂວງ ຈຳປາ​ສັກ, ປະ​ເທດ ລາວ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ມາ​ຈາກ​ ລາວ, ກຳປູ​ເຈຍ ​ແລະ ຫວຽດນາມ 70 ທ່ານ. ຄະນະ​ຜູ້​ແທນ ຫວຽດນາມ ​ໂດຍ​ທ່ານ ​ເລ​ອານ​ຫາຍ, ຮອງ​ຫົວໜ້າ​ກົມ​ການ​ຕະຫລາດ ອາຊີ - ປາຊີ​ຟິກ, ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ນຳ​ໜ້າ ​ເຂົ້າ​ຮ່ວມ​ກອງ​ປະຊຸ​ມ. ກອງ​ປະຊຸມ​ໄດ້​ປຶກສາ​ຫາລືຫລາຍ​ບັນ​ຫາ, ພິ​ເສດ​ແມ່ນບັນຫາ​ກ່ຽວຂ້ອງ​ເຖິງ​ບັນດາ​ຂະ​ແໜງ​ການ​ຄື: ກະສິກຳ, ​ເຄື່ອງ​ປ່າ​ຂອງ​ດົ​ງ, ຄົມມະນາຄົມ ​ແລະ ຂົນ​ສົ່ງ, ການ​ປ້ອງ​ກັນ​ຄວາມ​ສະຫງົບ…​ເພື່ອ​ໄປ​ສູ່ຄວາມ​ເຫັນ​ດີ​​ເປັນ​ເອກະ​ພາບບັນ​ດ​ເນື້ອ​ໃນ​ໃນ​ຮ່າງ​ສັນຍາ​ທີ່​ໄດ້​ສ້າງ​ມາແຕ່​​ກອງ​ປະຊຸມ​ຄັ້ງກ່ອນ​. ການ​ສ້າງສັນ​ຍາ​ນີ້ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ຢ່າງ​ລະອຽດ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຮ່ວມ​ມື​ເຂດ​ສາມຫຼ່ຽມ​ພັດທະນາ​ຄັ້ງ​ທີ 8 ຊຶ່ງຈັດ​ຕັ້ງ​ຢູ່​ນະຄອນຫລວງ ວຽງ​ຈັນ, ປະ​ເທດ ລາວ ​ເມື່ອ​ທ້າຍ​ປີກ່າຍ, ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ແລກປ່ຽນ​ສິນຄ້າ​ລະຫວ່າງ​ບັນດາ​ແຂວງ​ຂອງ 3 ປະ​ເທດ​ກໍ​ຄື​ຊຸກຍູ້ບັນດາ​ໂຄງການ​ຮ່ວມ​ມື​ດ້ານການ​ຄ້າ​ພາຍ​ໃນ ​ແລະ ນອກ​ພາກ​ພື້ນ.


ຂ່າວ/ບົດ​ອື່ນ