ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ຊູ​ດັງ ເລີ່ມ​ຕົ້ນ​ຢູ່ ສະ​ວິດ​ພາຍ​ໃຕ້​ຮູບ​ແບບກອງ​ປະ​ຊຸມ​ລັບ

(VOVWORLD) - ວັນທີ 14 ສິງຫາ, ບັນດາການເຈລະຈາຢຸດຍິງຢູ່ ຊູດັງ ໂດຍອາເມລິກາ ອຸປະຖຳ ໄດ້ເລີ່ມຕົ້ນຢູ່ ສະວິດ ເຖິງວ່າ ບໍ່ມີການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ ຊູດັງ. 
ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ຊູ​ດັງ ເລີ່ມ​ຕົ້ນ​ຢູ່ ສະ​ວິດ​ພາຍ​ໃຕ້​ຮູບ​ແບບກອງ​ປະ​ຊຸມ​ລັບ - ảnh 1ປະຊາຊົນຢູ່ຄ້າຍລີ້ໄພ (ພາບ: Getty Images/TTXVN)

ການເຈລະຈາໄດ້ດຳເນີນໃນສະພາບການ ຊູດັງ ພວມປະເຊີນໜ້າກັບວິກິດການດ້ານມະນຸດສະທຳຢ່າງຮ້າຍແຮງທີ່ສຸດໃນໂລກ ນັບແຕ່ເວລາການປະທະກັນເກີດຂຶ້ນເມື່ອເດືອນເມສາປີ 2023 ລະຫວ່າງກອງທັບລັດຖະບານ ຊູດັງ ແລະ ກຳລັງເຄິ່ງທະຫານ ໜູນຊ່ວຍໂດຍໄວ (RSF).

ທ່ານໂຄສົກຂອງຄະນະປະຕິບັດງານ ອາເມລິກາ ປະຈຳ ເຊີແນວ ຢັ້ງຢືນວ່າການເຈລະຈາໄດ້ເລີ່ມຕົ້ນຢ່າງຖືກຕ້ອງຕາມແຜນການນັບທັງເວລາທີ່ບໍ່ມີການເຂົ້າຮ່ວມຂອງຜູ້ຕາງໜ້າລັດຖະບານ ຊູດັງ. ການເຈລະຈາອາດຈະແກ່ຍາວເຖິງ 10 ວັນ ດ້ວຍຮູບແບບກອງປະຊຸມລັບ ເຊິ່ງບໍ່ໄດ້ເປີດເຜີຍສະຖານທີ່ຢູ່ ສະວິດ. ບັນດາການເຈລະຈາໂດຍ ອາຣັບບິ ຊາອຸດິ ແລະ ສະວິດຮ່ວມກັນຈັດຂຶ້ນ, ສະຫະພັນ ອາບຟຼິກກາ (AU), ເອຢິບ, ສະຫະລັດ ອາຣັບ ເອມີເລດ (UAE) ແລະ ສປຊ ສວມບົດບາດເປັນກຸ່ມແນະນຳ.

ຕອບກັບ

ຂ່າວ/ບົດ​ອື່ນ