ການເຈລະຈາສັນຕິພາບລະຫວ່າງບັນດາຝ່າຍຢູ່Yemenຖືກດຳເນີນໄປຢ່າງຕັ້ງໜ້າ

ການເຈລະຈາສັນຕິພາບລະຫວ່າງບັນດາຝ່າຍຢູ່Yemenຖືກດຳເນີນໄປຢ່າງຕັ້ງໜ້າ - ảnh 1
ທ່ານທູດ​ພິ​ເສດ Cheikh Ahmed
(ພາບ: AFP/TTXVN)

(vovworld) –  ວັນ​ທີ 30/4, ຢູ່ ຄູ​ເວດ,ບັນດາ​ຝ່າຍ​ປະ​ທະ​ກັນ​ຢູ່ Yemen ​ເລີ່​ມດຳ​ເນີນ​ການ​ເຈລະຈາ​ໂດຍ​ກົງ​ກ່ຽວ​ກັບ “ບັນດາ​ບັນຫາ​ຫຼັກ​​ແຫຼ່ງ” ​ໃນ​ຄວາມ​ມານະ​ພະຍາຍາມ​ເພື່ອ​ແນ​ໃສ່​ຢຸດຕິ​ສົງຄາມ​ກາງ​ເມືອງ​ທີ່​​ແກ່ຍາວ​ເປັນ​ເວລາ 13 ​ເດືອນ​ຢູ່​ປ​ະ​ເທດ ອາຣັບນີ້. ບັນດາ​ບັນຫາ​ຫຼັກ​ແຫຼ່ງ​ເຊິ່ງລວມມີ: ການ​ຖອນບັນດາ​ກຸ່ມ​ປະກອບ​ອາວຸດ, ມອບ​ສົ່ງ​ອາວຸດ​ໜັກ, ​ເຊື່ອມ​ຕໍ່​ວິວັດ​ທະນາການ​ມອບ​ສົ່ງຕໍ່​ການ​ເມືອງ ​ແລະ ປ່ອຍ​ຕົວ​ນັກ​​ໂທດ. ທ່ານທູດ​ພິ​ເສດ Cheikh Ahmed, ​ໄດ້​ຮັບ​ຮູ້​ວ່າ “ນີ້​ແມ່ນ​ການ​ເປີດ​ສາກ​ທີ່​ເປັນ​ໜ້າ​ສົງ​ເສີມ”. ​ເຖິງ​ຢ່າງ​​ໃດ​ກໍ່ຕາມ, ທ່ານ​ທູດ​ພິ​ເສດ Ahmed ​ເນັ້ນ​ໜັກ​ວ່າ: ຍັງ​ມີ​ຫຼາຍ​ຂໍ້ຕິດ​ຂັດ​ໃນ​ຕໍ່ໜ້າ ​ແລະ ຫຼາຍ​ແນວ​ຄວາມຄິດ​ຍັງ​ຫ່າງ​​ໄກຢູ່.

        ຮອບ​ເຈລະຈາ​ໂດຍ​ກົງ​ຄັ້ງ​ນີ້​ດຳ​ເນີ​ນ​ໄປ​ພາຍຫຼັງ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ Yemen ​ແລະ ບັນດາ​ກຸ່ມ​ທະຫານ​ກະບົດ​ເຫັນ​ດີ​ເປັນ​ເອກະສັນ​ຂອບ​ເຂດ​ລວມ​ເພື່ອ​ປຶກສາ​ຫາລື​ມາດ​ຕະການ​ການ​ເມືອງ ​ແລະ ຄວາມ​ສະຫງົບ​ເພື່ອ​ແນ​ໃສ່​ຢຸດ​ຕິ​ການ​ປະ​ທະ​ກັນ​ທີ່​ແກ່ຍາວ​ເປັນ 13 ​ເດືອນ​ຜ່ານ​ມາ. ນອກ​ນັ້ນ, ທະຫານ​ກະ​ບົດ​ສະ​ເໜີ​ສ້າງ​ຕັ້ງ​ອົງການດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ເພື່ອ​ຕິດຕາມ​ວິວັດ​ການ​ມອບ​ສົ່ງ​ຕໍ່ ​ແລະ ຍົກ​ເລີກ​ສະພາບ​ການ​ປິດ​ລ້ອມ​ເຊິ່ງທະຫານ​ປະສົມ ອາຣັບ ​ໂດຍ ອາຣັບບີ ຊະ​ອຸ​ດິ ນຳ​ໜ້າ​ຈັດ​ວາງ​ຢູ່ Yemen.

ຂ່າວ/ບົດ​ອື່ນ