ການເຈລະຈາສັນຕິພາບລະຫວ່າງປາແລດສະຕີນແລະອິດສະຣາແອນເລີ່ມຕົ້ນຄືນໃຫມ່ໃນວັນທີ 30/7

ການເຈລະຈາສັນຕິພາບລະຫວ່າງປາແລດສະຕີນແລະອິດສະຣາແອນເລີ່ມຕົ້ນຄືນໃຫມ່ໃນວັນທີ 30/7 - ảnh 1
ພາບປະກອບ:internet


(vovworld)-ພາຍຫລັງຖືກຈົນຕາ​ແຈມາ​ເປັນ​ເວລາ 3 ປີ, ວິວັດທະນາ​ການ​​ເຈ​ລະ​ຈາສັນຕິພາບ​ລະຫວ່າງ ປາ​ແລດ​ສະຕີ​ນ ​ແລະ ອິດສະຣາ​ແອນ ຈະ​ເລີ່​ມຕົ້ນຄືນ​ໃຫມ່​ໃນ​ວັນ​ທີ 30/7 ຢູ່ ນະຄອນຫລວງ ວິ​ຊິງ​ຕັນ ສະຫະລັດ​ອາ​ເມ​ລິ​ກາ. ວັນ​ທີ 27/7, ​ເຈົ້າ​ຫນ້າ​ທີ່​ປາ​ແລດ​ສະຕີ​ນທ່ານ​ຫນຶ່ງ​ໃຫ້​ຮູ້​ວ່າ: ນຳ​ຫນ້າ​ຄະນະ​​ເຈລະຈາ​ຂອງ​ຝ່າຍ ປາ​ແລດ​ສະຕີ​ນ ​ແມ່ນ​ທ່ານ Saeb Erakat,​ ສ່ວນ​ຄະນະ​ເຈລະຈາ ອິດສະຣາ​ແອນ​ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ Tzipi Livni ນຳ​ຫນ້າ. ນອກ​ນັ້ນ ທ່ີການ​ພົບ​ປະນີ້ຈະ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ເຈົ້າ​ຫນ້າ​ທີ່​ລັດຖະບານ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ